ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 8.869 ຄົນ ໄດ້ຮັບການປິ່ນປົວຫາຍດີໃນວັນທີ 3 ພະຈິກ

(VOVWORLD) -ນັບແຕ່ເວລາ 16 ໂມງ ຂອງວັນທີ 2 ພະຈິກ ຫາ ເວລາ 16 ໂມງຂອງວັນທີ 3 ພະຈິກ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 6.192 ຄົນ (ໃນນັ້ນມີ 17 ກໍລະນີມາຈາກຕ່າງປະເທດ) ຢູ່ 58 ແຂວງ, ນະຄອນ. 
ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 8.869  ຄົນ ໄດ້ຮັບການປິ່ນປົວຫາຍດີໃນວັນທີ 3 ພະຈິກ - ảnh 1ພາບປະກອບ

    ເປັນອັນວ່າ ໄລຮອດວັນທີ 3 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 939.463  ຄົນ ຢືນອັນດັບທີ 40 ໃນຈຳນວນ 223 ປະເທດ ແລະເຂດແຄ້ວນ

       ໃນວັນທີ 3 ພະຈິກ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 8.869 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 833.675 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 78 ຄົນ. ອັນໄດ້ຍົກຍອດຈຳນວນຄົນເຈັບ ຖືກເສຍຊີວິດ ຂຶ້ນເຖິງ 22.283 ຄົນ

 

ຕອບກັບ

ຂ່າວ/ບົດ​ອື່ນ