ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 843.000 ຄົນ ໄດ້ຮັບການປິ່ນປົວຫາຍດີໃນວັນທີ 9 ພະຈິກ

(VOVWORLD) -ນັບແຕ່ເວລາ 16 ໂມງ ຂອງວັນທີ 8 ພະຈິກ ຫາ ເວລາ 16 ໂມງຂອງວັນທີ 9 ພະຈິກ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 8.133  ຄົນ (ໃນນັ້ນມີ 4 ກໍລະນີມາຈາກຕ່າງປະເທດ)
ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 843.000 ຄົນ ໄດ້ຮັບການປິ່ນປົວຫາຍດີໃນວັນທີ 9 ພະຈິກ - ảnh 1ການວິໄຈຫາເຊື້ອ

    ເປັນອັນວ່າ ໄລຮອດວັນທີ 9 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 984.805   ຄົນ ຢືນອັນດັບທີ 38 ໃນຈຳນວນ 223 ປະເທດ ແລະເຂດແຄ້ວນ

       ໃນວັນທີ 9 ພະຈິກ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 1.325 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 842.800 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 88 ຄົນ. ອັນໄດ້ຍົກຍອດຈຳນວນຄົນເຈັບ ຖືກເສຍຊີວິດ ຂຶ້ນເຖິງ 22.686 ຄົນ

 

ຕອບກັບ

ຂ່າວ/ບົດ​ອື່ນ