ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນ ຈຳນວນໜ້ອຍທີ່ສຸດໃນໄລຍະກວ່າໜຶ່ງເດືອນຜ່ານມາ

(VOVWORLD) -ວັນທີ 5 ຕຸລາ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 4.363 ຄົນ ໃນນັ້ນມີ 3 ຄົນມາຈາກຕ່າງປະເທດ
ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນ ຈຳນວນໜ້ອຍທີ່ສຸດໃນໄລຍະກວ່າໜຶ່ງເດືອນຜ່ານມາ - ảnh 1ພາບປະກອບ

    ນັບແຕ່ເວລາ 17 ໂມງ ຂອງວັນທີ 4 ຕຸລາ ຫາ ເວລາ 17 ໂມງຂອງວັນທີ 5 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 4.363 ຄົນ ໃນນັ້ນມີ 3 ຄົນມາຈາກຕ່າງປະເທດ. ຈຳນວນ ຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນວັນທີ 5 ຕຸລາໄດ້ຫຼຸດລົງກ່ວາ 1000 ຄົນເມື່ອທຽບໃສ່ມື້ກ່ອນ. ສະເພາະນະຄອນໂຮ່ຈິມິນ ຫຼຸດລົງ 999 ກໍລະນີ.

     ເປັນອັນວ່າ ໄລຮອດວັນທີ 5 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 818.324  ຄົນ. ໃນວັນດຽວກັນ ມີຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ 25.573 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 747.053 ຄົນ ແລະ ມີ 134 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ