ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີເປັນ ຈຳນວນ 1.191 ຄົນໃນວັນທີ 13 ຕຸລາ

(VOVWORLD) -ນັບແຕ່ເວລາ 17 ໂມງ ຂອງວັນທີ 12 ຕຸລາ ຫາ ເວລາ 17 ໂມງຂອງວັນທີ 13 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 3.461 ຄົນ ໃນນັ້ນມີ 3 ຄົນມາຈາກຕ່າງປະເທດ ແລະ 3.458 ຄົນຢູ່ພາຍໃນປະເທດທີ່ 47 ແຂວງ ແລະ ນະຄອນ
ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີເປັນ ຈຳນວນ 1.191 ຄົນໃນວັນທີ 13 ຕຸລາ - ảnh 1ພາບປະກອບ

    ເປັນອັນວ່າ ໄລຮອດວັນທີ 13 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 849.691 ຄົນ, ຢືນອັນດັບທີ 41 ໃນຈຳນວນ 223 ປະເທດ ແລະ ເຂດແຄ້ວນ.

     ຈຳນວນ ຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນວັນທີ 13 ຕຸລາ ແມ່ນ 1.191 ຄົນ, ໃນວັນດຽວກັນ ມີຈຳນວນຄົນເຈັບທີ່ປິ່ນປົວຫາຍດີ 1.191 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 787.286 ຄົນ ແລະ ມີ 106 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ