ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1.561 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ

(VOVWORLD) -ນັບແຕ່ພະຍາດໂຄວິດ-19ເລີ່ມແຜ່ລະບາດເປັນຕົ້ນມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 11.383.819 ຄົນ, ໃນນັ້ນມີ 10.072.457 ຄົນໄດ້ຮັບການປິ່ນປົວຫາຍດີ
ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1.561 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ - ảnh 1ພາບປະກອບ

     ນັບແຕ່ເວລາ 17 ໂມງ 30 ນາທີຂອງວັນທີ 20 ສິງຫາ ຫາ 17 ໂມງ 30 ນາທີ ຂອງວັນທີ 21 ສິງຫາ, ກະຊວງສາທາລະນະສຸກ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນຈຳນວນ 1.561 ກໍລະນີ, ຫຼຸດລົງ 513 ກໍລະນີ ເມື່ອທຽບໃສ່ມື້ກ່ອນນັ້ນ. ໃນວັນທີ 21 ສິງຫານີ້, ມີຜູ້ເສຍຊີວິດ 1 ຄົນ, ໃນຂະນະທີ່ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຫາຍດີແມ່ນ 9.872 ກໍລະນີ.

           ເປັນອັນວ່າ, ນັບແຕ່ພະຍາດໂຄວິດ-19ເລີ່ມແຜ່ລະບາດເປັນຕົ້ນມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 11.383.819 ຄົນ, ໃນນັ້ນມີ 10.072.457 ຄົນໄດ້ຮັບການປິ່ນປົວຫາຍດີ, ເສຍຊີວິດ 43.105 ຄົນ, ກວມ 0.4%.

        ປະຈຸບັນ, ຫວຽດນາມ ຍັງຖືກຈັດອັນດັບທີ 12/227 ປະເທດ ແລະ ເຂດແຄ້ວນກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຢືນອັນດັບທີ 112/227 ປະເທດ ແລະ ເຂດແຄ້ວນກ່ຽວກັບອັດຕາຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຕໍ່ 1 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ