ຫວຽດນາມຢັ້ງຢືນອີກເທື່ອໜຶ່ງອະທິປະໄຕທີ່ມີຕໍ່ໝູ່ເກາະເຈື່ອງຊາແລະຮ່ວາງຊາ

ຫວຽດນາມຢັ້ງຢືນອີກເທື່ອໜຶ່ງອະທິປະໄຕທີ່ມີຕໍ່ໝູ່ເກາະເຈື່ອງຊາແລະຮ່ວາງຊາ - ảnh 1
ທ່ານ ເລຫາຍບິ່ງ

(vovworld) – ​​​​​ວັນ​ທີ 16/4, ຢູ່​ຮ່​າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ການ​ເຄື່ອນ​ໄຫວ​​ພົວ​ພັນ​ຕ່າງ​ປະ​ເທດ​ສຳ​ຄັນຈຳ​ນວນ​ໜື່ງຂອງ​ບັນ​ດາ​ການ​ນຳ​ພັກ, ລັດ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທີ່​ການ​ປະ​ຊຸມ​ຂ່າວ, ເມື່ອ​ຕອບ​ສຳ​ພາດ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ທັດ​ສະ​ນະ​ຂ​ອງ ຫວຽດ​ນາມ ຕໍ່​ໜ້າ​ເຫດ​ການ​ວັນ​ທີ 9/4/2015, ໂຄ​ສົກ​​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈ​ີນ ຖະ​ແຫຼງ​ຈະ​ບຸ​ລະ​ນະ ແລະ ກໍ່​ສ​້າງ​ຫາດ​ຫີນ​ໃຕ້​ນ້ຳຢູ່​ໝູ່​ເກາະ​ເຈື່ອງ​ຊາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ, ຢັ້ງ​ຢ​ື​ນ​ວ່າ:

        “ກ່ຽວ​ກັບ​ບັນ​ຫານ​ີ້, ຫວຽດ​ນາມ ໄດ້​ພົວ​ພັນ​ກັບຝ່າຍ​ຈີນ ນັບ​ທັງ​ຂັ້ນ​ສູງ​ອີກ​ດ້ວຍ. ອີກ​ເທື່ອ​ໜຶ່ງ​ພວກ​ຂ້າ​ພະ​ເຈົ້າ​ຖະ​ແຫຼງວ່າ: ຫວຽດ​ນາມ ມີ​ພະ​ຍານຫຼັກ​ຖານ​ດ້ານ​ນິ​ຕິ​ກຳ ແລະ ພະ​ຍານຫຼັກ​ຖານ​ດ້ານ​ປະ​ຫວັດ​ສາດ​ຢ່າງ​ພຽງ​ພໍ​ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ທີ່​ມີ​ຕໍ່​ໝຸ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ທຸກໆ​ການ​ເຄື່ອນ​ໄຫວກໍ່​ສ້າງ, ເປີດ​ກ້​ວາງ​​ບັນ​ດາ​ເກາະ​ຫີນ​ຂຶ້ນ​ກັບ​ໝູ່​ເກາະ​ ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຂອງ​ຕ່າງ​ປະ​ເທດ​ ເຊິ່ງບໍ່​ໄດ້​ຮັບອະ​ນຸ​ຍາດ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ແມ່ນ​ລະ​ເມີດ​ກົດ​ໝາຍ ແລະ ບໍ່​ມີ​​ຄຸນ​ຄ່າ. ຫວຽດ​ນາມ ເດັດ​ດຽວ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ດັ່ງ​ກ່າວ ແລະ ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ (DOC) ຢ່າງ​ເຂັ້ມ​ງວດ, ປະ​ກອບ​ສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັ​ນ​ອອກ”


ຂ່າວ/ບົດ​ອື່ນ