ຫວຽດນາມຢືນຢັນຄຳໝັ້ນສັນຍາຊຸກຍູ້ແລະປົກປ້ອງບັນດາສິດເສລີໃນການເຊື່ອຖືສາດສະໜາຄືນໃໝ່

ຫວຽດນາມຢືນຢັນຄຳໝັ້ນສັນຍາຊຸກຍູ້ແລະປົກປ້ອງບັນດາສິດເສລີໃນການເຊື່ອຖືສາດສະໜາຄືນໃໝ່ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ຈຸ​ງ​ແທ່ງ
(ພາບ: Geneva)


(vovworld) - ຫວຽດນາມ ຢືນ​ຢັນ​ຄຳ​ໝັ້ນ​ສັນຍາ​ຊຸກຍູ້ ​ແລະ ປົກ​ປ້ອງ​ບັນດາ​ສິດ​ເສລີ​​ໃນການ​ເຊື່ອ​ຖື​ສາ​ດສະ​ໜາ​ຄືນ​ໃໝ່, ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ຈຸ​ງ​ແທ່ງ, ຜູ້ຕາງໜ້າ​ປະຈຳການ​ຂອງ​ຫວຽດນາມ ຢູ່​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ຈັດ​ງຕັ້ງ​ສາກົນ​ອື່ນ​ຢູ່​ເຊີ​ແນວ, ປະ​ເທດ​ສີ​ວິດ, ​ເມື່ອ​ວັນ​ທີ 12/03. ກ່າວ​ຄຳ​ເຫັນ​ທີ່​ວາລະ​ເຈລະຈາ ກັບ​ບັນດາຜູ້​ລາຍງານ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ “ສິດ​ເສລີ​ ​ແລະ ການ​ເຊື່ອ​ຖື​ສາ​ດສະ​ໜາ” ​ແລະ ກ່ຽວ​ກັບ “ການປົກປ້ອງ ​ແລະ ຊຸກຍູ້ສິດທິ​ມະນຸດ​ໃນ​ການ​ຕ້ານ​ກໍ່​ການ​ຮ້າຍ”, ທ່ານ​ເອກ​ອັກຄະ​ລັດຖະທູດ​ຊີ້​ແຈ້ງວ່າ ຫວຽດນາມ ສະໜັບ​ສະ​ໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະພາ​ສິດທິ​ມະ​ນຸດ ​ແລະ ວົງ​ຄະນະ​ຍາດ​ສາກົນ ກ່ຽວ​ກັບ​ການ​ສຳ​ພັດ​ຢ່າງຮອບດ້ານ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ອາ​ຄາດ​ບາດ​ໝາ​ງ​ສາດສະໜາ ​ແລະ ກໍ່​ການ​ຮ້າຍ, ​ໃນ​ນັ້ນ​ມີ​ບັນດາ​ເຫດ​ຜົນ​ຈາກ​ຄວາມອຶດຫິວທຸກ​ຍາກ, ຫວ່າງ​ງານ, ຂາດ​ຄວາມ​ສະ​ເໝີ​ພາບ, ​​ແບ່ງ​ແຍກ​​ເຊື້ອ​ຊາດຜິວ​ພັນ ​ແລະ ສາດສະໜາ.

    ​ໃນ​ບົດ​ກ່າວ​ຄຳ​ເຫັນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ແນະນຳ​ສະພາບ​ສິດ​ເສລີ​ໃນການ​​ເຊື່ອ​ຖື​ສາດສະໜາຢູ່​ຫວຽດນາມ. ​ເຊິ່ງຕາມ​ນັ້ນ​ແລ້ວ, ຊາວ​ຫວຽດນາມ 95% ​ແມ່ນ​ເຊື່ອ​ຖື​ສາດສະໜາ, ສາດສະໜາ​ທົ່ວ​ໄປ​ໃນ​ໂລກ​ຄື ສາສະໜາ​ພຸດ, ສາດສະໜາກາ​ໂຕ​ນິກ, ມຸດ​ສະ​ລິ​ມ ດ້ວຍ​​ການ​ເຄື່ອນ​ໄຫວ​​ສາດສະໜາ​ຕ່າງໆຖືກ​ດຳ​ເນີນ​ໃນ​ແຕ່ລະ​ປີ.

ຂ່າວ/ບົດ​ອື່ນ