ຫວຽດນາມຢືນຢັນຄຳໝັ້ນໝາຍຊຸກຍູ້ ແລະ ຮັບປະກັນສິດທິມະນຸດ

  ຫວຽດນາມຢືນຢັນຄຳໝັ້ນໝາຍຊຸກຍູ້ ແລະ ຮັບປະກັນສິດທິມະນຸດ - ảnh 1
(ພາບ​ປະ​ກອບ) 

(vovworld)- ວັນ​ທີ 30/10, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ ທີ່​ນິວຢອກ​ປະ​ເທດ​ອາ​ເມ​ລິ​ກາ, ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ມະ​ນຸດ​ສະ​ທຳ ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດຊຸດ​ທີ 69 ສືບ​ຕໍ່​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ເລື່ອງ “ຊຸກ​ຍູ້ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ”. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ​ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ ເນັ້ນ​ໜັກ​ວ່າ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ສືບ​ຕໍ່​ແມ່ນ​ຄວາມ​ມຸ່ງ​ຫວັງ ແລະ ຈຸດ​ໝາຍ​ສູ້​ຊົນ​ຂອງ​ປະ​ຊາ​ຄົມ​ໂລກ​ເພື່ອ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ ຊຸກ​ຍູ້ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ. ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ເນັ້ນ​ໜັກ​ເຖິງ​ບົ​ດ​ບາດ​ໃຈ​ກາງ​ຂອງ ສະ​ຫະ​ປະ​ຊາ​ຊາດ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ຂົງ​ເຂດນີ້. ພ້ອມ​ກັນ​ນັ້ນ, ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາສະ​ເໜີ​ວ່າ ຄວນ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ດ້ານ​ວິ​ຊາ​ການ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ແນ​ໃສ່​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ໄດ້​ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ ແລະ ຜົນ​ງານທີ່​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ​ໃນ​ຂົງ​ເຂດ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແລະ ຢືນ​ຢັນ​ວ່າ ຍາມ​ໃດ​ຫວຽດ​ນາມ​ກໍ​ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື ແລະ ການ​ສົນ​ທະ​ນາ . 

ຂ່າວ/ບົດ​ອື່ນ