ຫວຽດນາມຢືນຢັນສົມທົບກັນຊຸກຍູ້ການພັດທະນາແບບຍືນຍົງແລະຮັບປະກັນສິດຂອງມະນຸດ

ຫວຽດນາມຢືນຢັນສົມທົບກັນຊຸກຍູ້ການພັດທະນາແບບຍືນຍົງແລະຮັບປະກັນສິດຂອງມະນຸດ - ảnh 1
ທ່ານ​ນາງ​ເອກ​ອັກ​ຄະ​ນະ​ລັດ​ຖະ​ທູດ​ ຫງວຽນ​ເຟືອງ​ງາ
(ພາບ: UN)

(vovworld) - ​ໃນ​ລະ​ຫວ່າງວັນ​ທີ 12 – 13/07 ຜ່ານ​ມາ, ທ່ານ​ປະ​ທານສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໄດ້​ຈັດ​ວາ​ລະ​ປຶກ​ສາ​ຫາ​ລື​ຫົວ​ເລື່ອງ​ສະ​ເພາະ​ກ່ຽວກ​ັບ​ສິດ​​ຂອງ​ມະ​ນຸດ. ນີ້​ແມ່ນ​ວາ​ລະ​ປຶກ​ສາ​ຫາ​ລື​ທີ 3 ແລະ ກ​ໍ່​ແມ່ນ​ວາ​ລະ​ປຶກ​ສາ​ຫາ​ລື​ຄັ້ງ​ສຸດ​ທ້າຍ​ໃນ​ບັນ​ດາ​ວາ​ລະ​ປຶ​ກ​ສາ​ຫາ​ລື​ຫົວ​ເລື່ອ​ງ​ສະ​ເພາະ​ຕາມ​ຂໍ້​ລິ​ເລີ່ມ​ຂອງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ເພື່ອ​ແນ​ໃສ່​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 3 ເສົາ​ຄ້ຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ ສັນ​ຕິ​ພາບ, ຄ​ວາມ​ສະ​ຫງົບ, ການ​ພັດ​ທະ​ນາ ແລະ ສິດ​​ຂອງ​ມະ​ນຸດ ແລະ ຊຸກ​ຍູ້​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ, ການ​​ກະ​ທຳ​ໃໝ່​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ, ເສົາ​ຄ້ຳ​ນີ້​ໃຫ້​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ວາ​ລະ​ປຶກ​ສາ​ຫາ​ລືດຳ​ເນີນ​ໃນ​​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 50 ປີິ​ແຫ່ງວັນ​ສົນ​ທິ​ສັນ​ຍາ​ສິດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ (CESCR) ແລະ ສົນ​ທິ​ສັນ​ຍາ​ພົນ​ລະເຮືອນ, ການ​ເມືອງ (CCPR) ແລະ 30 ປີ​ແຫ່ງ​​ການຖະ​ແຫຼງສິດ​ພັດ​ທະ​ນາ.

        ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານ​ນາງ​ເອກ​ອັກ​ຄະ​ນະ​ລັດ​ຖະ​ທູດ​ ຫງວຽນ​ເຟືອງ​ງາ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ​ໄດ້ເນັ້ນ​ໜັກ​ວ່າສິດ​ທິ​ມະ​ນຸດ, ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ມີ​ສາບ​ພົວ​ພັນ​ອັ​ນ​ສະ​ໜິດແໜ້ນ​ ແລະ ບໍ່​ອາດ​ສາ​ມາດ​ຕັດແຍກ​ອອກ​ຈາກ​ກັນ​ໄດ້. ສະ​ນັ້ນ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ຢືນ​ຢັນ​ວ່າ, ຍາມ​ໃດ​ຫວຽດ​ນາມ​ກໍ​ມ​າ​ນະ​ພະ​ຍາ​ຍາມ​ເພື່ອ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ປົກ​​ປັກ​ຮັກ​ສາ ແລະ ຊຸກ​ຍູ້​ສິດຂອງ​ມະ​ນຸດ ແລະ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ສຳ​ຄັນ. ຫວຽດ​ນາມ ຈະ​ສືບ​ຕໍ່​ສົມ​ທົບ​ກັບ​ປະ​ເທດ​ຕ່າງໆ​, ບັນ​ດາ​ຄ​ູ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນໃນ​ກາ​ນ​ຊ​ຸກ​ຍູ້ ແລະ ຮັບ​ປະ​ກັນ​ສິດ​ຂອງ​ມະ​ນຸດ​ໃນ​ຂອບ​ເຂດ​ທົ່ວ​ໂລກ ແລະ ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ຢ່າງ​ໝັ້​ນ​ຄົງ.

ຂ່າວ/ບົດ​ອື່ນ