ຫວຽດນາມຢືນແຖວໜ້າອາຊຽນກ່ຽວກັບວົງເງິນການຄ້າກັບການາດາ

ຫວຽດນາມຢືນແຖວໜ້າອາຊຽນກ່ຽວກັບວົງເງິນການຄ້າກັບການາດາ - ảnh 1
ພາບ​ປະ​ກອບ

(vovworld) - ຫວຽດນາມ ພວມ​ຢືນ​ແຖວ​ໜ້າ​ອາ​ຊຽນກ່ຽວ​ກັບ​ວົງ​ເງິນ​ສົ່ງ​ອອກ ກໍ່​ຄື​ວົງ​ເງິນການຄ້າ​ສອງ​ສົ້ນ ຫວຽດນາມ - ກາ​ນາ​ດາ ​ໄລ່​ຮອດ​ເດືອນ 10/2016. ນອກ​ນັ້ນ, ຫວຽດນາມ ​ຍັງ​ເລື່ອນ 1 ຂັ້ນ​ໃນ​ກຸ່ມ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ອາຊີ​​ ກ່ຽວ​ກັບ​ວົງ​ເງິນ​ສົ່ງອອກ​ ກາ​ນາ​ດາ. ຕົວ​ເລກ​ຂອງ​ອົງການສະຖິຕິ ກາ​ນາ​ດາ ​ໃຫ້​ຮູ້​ວ່າ ​ໃນ 3 ງວດ​ຕົ້ນ​ປີ​ນີ້, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ກາ​ນາ​ດາ - ຫວຽດນາມ ບັນລຸ​ກວ່າ 3 ຕື້ USD, ​ເຊິ່ງ​ແມ່ນ​ລະດັບ​ສູງ​ສຸດ​ໃນ 10 ປະ​ເທດ ອາ​ຊຽນ. ບັນດາ​ໝວດ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ຫວຽດນາມ ​ໄປ​ຍັງ ກາ​ນາ​ດາ ລວມມີ​ເຄື່ອງ​ຈັກ, ອຸປະກອນ​ໄຟຟ້າ ​ແລະ ​ເອ​ເລກ​ໂຕ​ນິກ, ​ເກີບ​ປະ​ເພດ​ຕ່າງໆ…

 

 

ຕອບກັບ

ຂ່າວ/ບົດ​ອື່ນ