ຫວຽດນາມ,ລັດເຊຍແລະເບລາຣຸດເພີ່ມທະວີການຮ່ວມມືເສດຖະກິດການຄ້າ

ຫວຽດນາມ,ລັດເຊຍແລະເບລາຣຸດເພີ່ມທະວີການຮ່ວມມືເສດຖະກິດການຄ້າ - ảnh 1
​ຄະ​ນະ​ຜູ​້​ແທນຄະນະ​ເສດຖະກິດ​ສູນ​ກາງ ຫວຽດ​ນ​າມ ​ເຮັດ​ວຽກກັບ​
ຄະ​ນະ​ຜູ້​ແທນ​ກະຊວງ​ພັດທະນາ​ເສດຖະກິດ​ສະຫະພັນ ລັດ​ເຊຍ
(ພາບ: vietnam+)


(vovworld) – ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ເບ​ລາຣຸດ ​ແລະ ສະຫະພັນ​ລັດ​ເຊຍ ​ໃນ​ລະຫວ່າງ​ວັນ​ທີ 6 – 14/8, ຄະນະ​ປະຕິບັດ​ງານ ຄະນະ​ເສດຖະກິດ​ສູນ​ກາງ ​ໂດຍ​ທ່ານ ຟ້າ​ມຊວນ​ເດືອ​ງ ຮອງ​ຫົວໜ້າ​ປະຈຳ​ຄະນະ​ເສດຖະກິດ​ສູນ​ກາງ ນຳ​ໜ້າ, ມີ​ການ​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ສະ​ຖາ​ບັນ​ຄົ້ນຄວ້າ​ຂັ້ນ​ສູງ, ວິ​ສາ​ຫະກິດ ຂອງ ເບ​ລາຣຸດ ​ແລະ ສະຫະພັນ​ລັດ​ເຊຍ. ວັນ​ທີ 11/8, ຄະນະ​ປະຕິບັດ​ງານ​ເຮັດ​ວຽກ​ກັບ ທ່ານ Andrey Slepnev ລັດຖະມົນຕີ​ຮັບຜິດຊອບ​ດ້ານ​ການ​ຄ້າ​ຂອງ​ຄະນະ​ກຳມະການ​ເສດຖະກິດ ອາຊີ - ​ເອີ​ຣົບ. 2 ຝ່າຍ​ໄດ້​ພິຈາລະນາ​ບັນດາ​ເນື້ອ​ໃນ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົມ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນລະຫວ່າງ ຫວຽດນາມ ​ແລະ ພັນທະ​ມິດ​ເສດຖະກິດ ອາຊີ ​ເອີຣົບ (EAEU), ພິ​ເສດ​ແມ່ນ​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ (FTA) ທີ່​ໄດ້​ລົງ​ນາມ​ລະຫວ່າງ ຫວຽດນາມ ​ແລະ EAEU ​ເຊິ່ງລວມມື ( ລັດ​ເຊຍ​, ອາກ​ເມ​ນີ, ​ເບລາຣຸດ, ກາ​ຊັກ​ສະຖານ ​ແລະ ກຽກກີ​ສະຖານ ). ​ໃນ​ວັນ​ທີ 14/8, ຄະນະ​ປະຕິບັດ​ງານ​ເຮັດ​ວຽກ​ກັບ​ທ່ານ Alexey E. Likhachev ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພັດທະນາ​ເສດຖະກິດ​ສະຫະພັນ ລັດ​ເຊຍ, 2 ຝ່າ​ຍ​ເນັ້ນ​ໜັກ​ວ່າ: ບັນດາ​ກະຊວງ, ຂະ​ແໜງ​ການ​ມີ​ສິດ​ອຳນາດ​ຂອງ 2 ປະ​ເທດ​ຄວນສືບ​ຕໍ່​ມານະ​ພະຍາຍາມ ​ເພື່ອ​ແກ້​ໄຂ​ໜ້າ​ທີ່​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ 10 ຕື້ ​ໂດ​ລາ​ສະຫະລັດ ​ໃນ​ປີ 2020.

ຂ່າວ/ບົດ​ອື່ນ