ຫວຽດນາມ-ລາວ ແລກປ່ຽນບົດຮຽນຈັດຕັ້ງກອງປະຊຸມໃຫຍ່ AIPA 35

ຫວຽດນາມ-ລາວ ແລກປ່ຽນບົດຮຽນຈັດຕັ້ງກອງປະຊຸມໃຫຍ່ AIPA 35 - ảnh 1
(ທ່ານຮອງຫົວ​ໜ້າ​ກຳ​ມະ​ທິ​ການການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ແມ້ງ​ຕ໋ຽນ)

(vovworld)-​ ຄະ​ນະ​ປະ​ຕິ​ບັດ​ງານ ກຳ​ມະ​ທິ​ການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ລາວ ແຕ່​ວັນ​ທີ 12 ຫາ ວັນ​ທີ 14/08 ເພື່ອ​ແລກ​ປ່ຽນ​ບົດ​ຮຽນ, ຊ່ວຍ​ເຫຼືອລາວ ຈັດ​ຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 35 (AIPA 35) ສຳ​ເລັດຜົນ.

ທີ່​ການ​ເຈ​ລະ​ຈາ, ວັນ​ທີ 12/08 ຢູ່ນະ​ຄອນຫຼວງວຽງ​ຈັນ ລາວ, ທ່ານຮອງຫົວ​ໜ້າ​ກຳ​ມະ​ທິ​ການການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ແມ້ງ​ຕ໋ຽນ ໃຫ້​ຮູ້​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນລາວ​ ກ່ຽວ​ກັບ​ຫົວ​ເລື່ອງ “ ເພີ່ມ​ທະ​ວີ​ການ​ຮ່ວມ​ມືລັດ​ຖະ​ສະ​ພາໃນ​ການ​ສ້າງ​ປະ​ຊາ​ຄົມອາ​ຊຽນ’’ ພ້ອມ​ກັບ​ວາງ​ອອກ​ຂໍ້​ສະ​ເໜີນິ​ຕິ​ບັນ​ຍັດ​ໃໝ່ ເພື່ອ​ຊຸກ​ຍູ້​ລັດ​ຖະ​ບານ​ບັນ​ດາ​ປະ​ເທດອາ​ຊຽນ​ ຜັນ​ຂະ​ຫຍາຍ​​ບັນ​ດາເອ​ກະ​ສານໄດ້​ລົງ​ນາມຢ່າງ​ມີ​ປະ​ສິດ​ທິ​ຜົນ. ຄຽງ​ຂ້າງນັ້ນ, ຫວຽດ​ນາມຊົມ​ເຊີຍ ລາວ ວາງ​ອອກ​ຫົວ​ເລື່ອງກ່ຽວ​ກັບ ‘‘ວິ​ທີສຳ​ພັດ​ໃໝ່ໃນ​ການ​ຮ່ວມ​ມືລະ​ຫວ່າງບັນ​ດາ​ລັດ​ຖະ​ສະ​ພາ​ທີ່​ເປັນ​ສະ​ມາ​ຊິກ AIPA ແລະ ລັດ​ຖະ​ສະ​ພາບັນ​ດາ​ປະ​ເທດສັງ​ເກດ​ການ” ໃນ​ການເຈ​ລະ​ຈາກັບ​ຄູ່​ຮ່ວມ​ມືສັງ​ເກດ​ການຂອງ AIPA.

ກອງ​ປະ​ຊຸມໃຫຍ່ AIPA ຄັ້ງ​ທີ 35 ຈະ​ຈັດ​ຕັ້ງ​ຢູ່​ນະຄອນຫຼວງວຽງ​ຈັນ ແຕ່ວັນ​ທີ 14-20/09 ດ້ວຍກອງ​ປະ​ຊຸມ​ຄົບ​ຄະ​ນະ 2 ຄັ້ງ​  ແລະ ​ກອງ​ປະຊຸມ​​ຂອງ​ກຳ​ມະ​ທິ​ການ ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ, ວຽກ​ງານ​ພາຍ​ໃນ ແລະ ອົງ​ການ​ຈັດ​ຕັ້ງ; ປະ​ຊຸມ​ສະ​ເພາະ ກັບ ແຕ່​ລະ​ປະ​ເທດ​ຄູ່​ຮ່ວມ​ມື, ຄູ່​ເຈ​ລະ​ຈາ ແລະ ປະ​ເທດສັງ​ເກດ​ການ, ນອກນັ້ນຍັງ​ມີ​ບັນ​ດາ​ປະ​ຊຸມຢູ່ນອກຄື ກອງ​ປະ​ຊຸມ ສ​ສ​ຊ ຍິງ AIPA, ກອງ​ປະ​ຊຸມ​ບັນ​ດາເລ​ຂາ​ AIPA ແລະ ຄະ​ນະ​ເລ​ຂາ​ ອາ​ຊຽນ, ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ AIPA.


ຂ່າວ/ບົດ​ອື່ນ