ຫວຽດນາມ-ລາວຮ່ວມມືຮັກສາເຂດຊາຍແດນໃຫ້ມີສະຖຽນລະພາບ ແລະ ພັດທະນາ

(VOVWORLD) -ວັນທີ 10 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນກອງປະຊຸມປະຈຳປີຄັ້ງທີ 28 ລະຫວ່າງຄະນະຜູ້ແທນຊາວແດນຫວຽດນາມ ແລະ ລາວ
ຫວຽດນາມ-ລາວຮ່ວມມືຮັກສາເຂດຊາຍແດນໃຫ້ມີສະຖຽນລະພາບ ແລະ ພັດທະນາ  - ảnh 1 ກອງປະຊຸມປະຈຳປີຄັ້ງທີ 27 ລະຫວ່າງຄະນະຜູ້ແທນຊາວແດນຫວຽດນາມ ແລະ ລາວ

ຄະນະຜູ້ແທນຊາວແດນຫວຽດນາມ ໂດຍທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດເປັນຫົວໜ້າຄະນະ; ຄະນະຜູ້ແທນຊາວແດນລາວໂດຍທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ, ຫົວໜ້າຄະນະຊາຍແດນລາວ-ຫວຽດນາມເປັນຫົວໜ້າຄະນະ.

     2 ຝ່າຍໄດ້ເຫັນດີເປັນເອກະສັນກ່ຽວກັບບັນດາທິດທາງ, ໜ້າທີ່ວຽກງານຊາຍແດນໃນປີ 2019, ໃນນັ້ນ, ຈຸດສຸມແມ່ນສຳເລັດການເປີດກ້ວາງ ແລະ ຍົກລະດັບບັນດາຄູ່ດ່ານຊາຍແດນທີ່ທັງ 2 ຝ່າຍໄດ້ຕົກລົງກັນ. 2 ຝ່າຍໄດ້ວາງອອກບັນດາມາດຕະການແກ້ໄຂເພື່ອແນໃສ່ຍູ້ໄວຄວາມຄືບໜ້າ ແລະ ແກ້ໄຂບັນດາເນື້ອໃນທີ່ຍັງເຫຼືອຂອງວຽກງານບູລະນະຫຼັກໝາຍຖີ່ ແລະ ລະບົບຫຼັກໝາຍຊາຍແດນຫວຽດນາມ-ລາວ. 

ຕອບກັບ

ຂ່າວ/ບົດ​ອື່ນ