ຫວຽດນາມສັກວັກຊິນກັນ ໂຄວິດ - 19ໄດ້ເກືອບ 101 ລ້ານໂດສແລ້ວ

(VOVWORLD) -ໃນວັນທີ 16 ພະຈິກ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 6.481 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 870.997 ຄົນ 
ຫວຽດນາມສັກວັກຊິນກັນ ໂຄວິດ - 19ໄດ້ເກືອບ 101 ລ້ານໂດສແລ້ວ - ảnh 1ການສັກວັກຊິນກັນ ໂຄວິດ - 19

    ນັບແຕ່ເວລາ 16 ໂມງ ຂອງວັນທີ 15 ພະຈິກ ຫາ ເວລາ 16 ໂມງຂອງວັນທີ 16 ພະຈິກ,ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 9.650 ຄົນ (ໃນນັ້ນມີ 9 ກໍລະນີມາຈາກຕ່າງປະເທດ

           ເປັນອັນວ່າ ໄລຮອດວັນທີ 16 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 1.045.397  ຄົນ

          ໃນວັນທີ 16 ພະຈິກ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 6.481 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 870.997 ຄົນ . ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອເສຍຊີວິດ 87 ຄົນ.

   ໄລຮອດທ້າຍວັນທີ 15 ພະຈິກ, ຫວຽດນາມສັກວັກຊິນກັນ ໂຄວິດ - 19ໄດ້ເກືອບ 101 ລ້ານໂດສແລ້ວ , ໃນນັ້ນ ເຂັມທີ 2 ແມ່ນ 36.000 ໂດສ

ຕອບກັບ

ຂ່າວ/ບົດ​ອື່ນ