(ພາບ:dantri.com.vn)
(vovworld)- ຜູ້ຕາງໜ້າຂອງວິສາຫະກິດ 50 ແຫ່ງ ພ້ອມກັບຜູ້ຊ່ຽວຊານຫວຽດນາມ ແລະ ສິງກະໂປກ່ວາ 100 ທ່ານ ໄດ້ເຂົ້າຮ່ວມເຫດການ “ການເຊື່ອມຕໍ່ການດຳເນີນທຸລະກິດ 2.0“ ຈັດຂຶ້ນຢູ່ສິງກະໂປ ເມື່ອວັນທີ 27/7. ກ່າວຄຳເຫັນທີ່ພິທີໄຂເຫດການ, ທ່ານເຈິ່ນຫາຍເຮົ້າ, ເອກອັກຄະລັດຖະທູດຫວຽດນາມ ປະຈຳສິງກະໂປ ຖືວ່າ: “ການເຊື່ອມຕໍ່ການດຳເນີນທຸລະກິດ 2.0“ ແມ່ນຂໍ້ລິເລີ່ມທີ່ດີເພື່ອໃຫ້ບັນດາວິສາຫະຫິດຫວຽດນາມ ສາມາດຮ່ວມມືກັບບັນດາກອງທຶນລົງທຶນເອກະຊົນ ແລະ ກອງທຶນການເງິນສິງກະໂປ.
ໃນຂອບເຂດ “ການເຊື່ອມຕໍ່ການດຳເນີນທຸລະກິດ 2.0“, ໄດ້ຈັດໃຫ້ມີການພົບປະກ່ວາ 20 ຄັ້ງລະຫວ່າງຫວຽດນາມ ແລະ ສິງກະໂປ, ບັນດາກອງປະຊຸມສຳມະນາກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍເມື່ອລົງທຶນເຂົ້າບັນດາວິສາຫະກິດຂະໜາດກາງ ແລະ ໜ້ອຍຂອງຫວຽດນາມ, ການແນະນຳການລົງທຶນເຂົ້າຫວຽດນາມ, ນະໂຍບາຍຂອງສິງກະໂປ ເພື່ອແນໃສ່ໜູນຊ່ວຍບັນດາບໍລິສັດໃນຂົງເຂດເຕັກໂນໂລຊີ….