ຫວຽດນາມສົ່ງເສີມການລົງທຶນສຸມໃສ່ຕາມຄູ່ຮ່ວມມື,ຂົງເຂດຈຸດສຸມ

ຫວຽດນາມສົ່ງເສີມການລົງທຶນສຸມໃສ່ຕາມຄູ່ຮ່ວມມື,ຂົງເຂດຈຸດສຸມ - ảnh 1
ທ່ານ ໂດ້​ເຍີດ​ຮ່​ວາງ, ຫົວ​ໜ້າ​ກົມ​ລົງ​ທຶນ​ຕ່າງ​ປະ​ເທດ - ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ
(ພາບ: baodautu.vn)

(vovworld) – ຕາມ​ກົມ​ລົງ​ທຶນ​ຕ່າງ​ປະ​ເທດ, ​ສັງ​ກັດກະ​ຊວງ​ແຜນ​ການ ແລະ ກາ​ນ​ລົງ​ທຶນແລ້ວ, ປີ 2015 ຈະ​ສືບ​ຕໍ່​ມີ​ການ​ປ່ຽນ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ​ເພື່ອ​ຮັບ​ປະ​ກັນ​ປະ​ຕິ​ບັດ​ການ​ກຳ​ນົດ​ໃໝ່​ໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI). ລະ​ອຽດ, ສືບ​ຕໍ່​ສ້າງ​ໂຄງ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຕາມ​ຈຸດ​ສຸມ​, ຫຼີກ​ລ້ຽງ​ການ​ລົງ​ທຶນ​ຢ່າງ​ກະ​ແຈກ​ກະ​ຈາຍ. ເພີ່ມ​ທະ​ວີ​ວຽກ​ງານ​ສົ່ງ​ເສີມ​ລົງ​ທຶນ​ຢູ່​ກັບ​ທີ່​, ໜູນ​ຊ່ວຍ​ບັນ​ດາ​ນັກ​ລົງ​ທຶນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫ​ຍາຍ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ. ພ້ອມ​ທັງ, ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ຈະ​ສຸມ​ໃສ່​ເຂົ້າ​ໃນ​ທ່າ​ແຮງ​ຂອງ​ແຕ່​ລະ​ເຂດ, ຂະ​ແໜງ​ການ​ເພື່ອ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ການ​ລົງ​ທຶນ​ຂອງ​ທ້ອງ​ຖິ່ນ, ຮັບ​ປະ​ກັນ​ລັກ​ສະ​ນະ​ເຊື່ອມ​ຕໍ່​ເຂດ, ເຊື່ອມ​ຕໍ່​ຂະ​ແໜງ.

        ປີ 2015, ບັນ​ດາ​ໂຄງ​ການ​​ສົ່ງ​ເສີມການ​ລົງ​ທຶນ​ຂອງ ຫວຽດ​ນາມ ຈະ​ສຸມ​ໃສ່​ເຂົ້າ​ບັນ​ດາ​ຂົງ​ເຂດ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ, ກະ​ສິ​ກຳ…. ກ່ຽວ​ກັບ​ຄູ່​ຮ່ວມ​ມື, ສຸມ​ໃສ່​ເຂົ້າ​ບັນ​ດາ​ຕະຫຼາດ​ຈຸດ​ສ​ຸມ​ຄື: ຍີ່​ປຸ່ນ, ສ. ເກົາຫຼີ, ໄຕ້​ຫວັນ (ປະ​ເທດ​ຈີນ), ສິງ​ກາ​ໂປ ແລະ ບັນ​ດາ​ປະ​ເທດ ຈີ 7.


ຂ່າວ/ບົດ​ອື່ນ