ຫວຽດນາມສູ້ຊົນຈະ ລົບລ້າງພະຍາດວັນນະ ໂລກ ໃຫ້ສຳເລັດໃນປີ 2050

ຫວຽດນາມສູ້ຊົນຈະ ລົບລ້າງພະຍາດວັນນະ ໂລກ ໃຫ້ສຳເລັດໃນປີ 2050 - ảnh 1
ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຕ້ານ​ພະຍາດ​ວັນນະ​ໂລກ​ໄລຍະ 2007 – 2011
(ພາບ: chinhphu.vn)

(vovworld) – ຕອນ​ເຊົ້າວັນ​ທີ 24/3, ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ, ​ໂຄງການ​ຕ້ານ​ພະຍາດ​ວັນນະ​ໂລກ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຕ້ານ​ພະຍາດ​ວັນນະ​ໂລກ​ໄລຍະ 2007 – 2011 ​ແລະ ກຳນົດ​ທິດ​ການ​ເຄື່ອນ​ໄຫວ​ໄລຍະ 2012 – 2015. ​ໃນ 5 ປີຜ່ານມາ, ​ໂຄງການ​ຕ້ານ​ພະຍາດ​ວັນນະ​ໂລກ​ແຫ່ງ​ຊາດ​ບັນລຸ​ ​ແລະ ​​ລື່ນກາຍ​ຄາດໝາຍທີ່​ໄດ້​ວາງ​ອອກ. ​ໂຄງການ​ຕ້ານ​ພະຍາດ​ວັນນະ​ໂລກ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ທົ່ວປະ​ເທດ. ​ເພີ່ມ​ທະວີ​ການ​ສຳ​ພັດ ​ແລະ ນຳ​ໃຊ້​ການ​ບໍລິການ​ສາທາລະນະ​ສຸກ​ໃຫ້​ແກ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ຜູ້​ທຸກ​ຍາກ, ກໍ່ສ້າງ ​ແລະ ສະໜອງ​ບັນດາການ​ບໍລິການ ກວດກາ ​ແລະ ປິ່ນປົວ​ຜູ້​ເປັນ​ພະຍາດ​ວັນນະ​ໂລກ​.​​ ທ່ານ​ນາງ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ Nguyen Thi Xuyen ຖື​ວ່າ:

“​ໄລຍະ 2007 2011 ​ແມ່ນ​ໄລຍະ​ສຳຄັນ, ມີ​ການ​ຜັນ​ແປ່​ຫຼາຍ​ຢ່າງ​ກ່ຽວ​ກັບ​ໂລກລະບາດ ​ແລະ ບັນດາ​ປັດ​ໄຈ​ສົ່ງ​ຜົນ​ສະທ້ອນ​ເຖິງ​ໂຄງການ​ຕ້ານ​ພະຍາດ​ວັນນະ​ໂລກ, ນັ້ນ​ແມ່ນ​ປັດ​ໄຈ​ກ່ຽວ​ກັບ ​ເຊື້ອ HIV, ຍົກຍ້າຍປະຊາຊົນ​.​.​. ​​ເຮັດ​ໃຫ້ການປະຕິບັດວຽກ​ງານ​ປ້ອງ​ກັນ, ຕ້າ​ນພະຍາດ​ວັນ​ນະ​ໂລກປະສົບ​ກັນ​ຄວາມ​ຫຍູ້​ງຍາກ​ຫຼາຍ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໄລຍະ​ຜ່ານ​ມາກໍ​ເປັນ​ຂີດ​ໝາຍ​​ໃນການ​​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບສາກົນ, ກໍຄື​ກັບບັນດາ​ຄູ່​ຮ່ວມ​ມື​ພາຍ​ໃນ​ປະ​ເທດໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະຍາດ​ວັນນະ​ໂລກ”

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ສະ​ເໜີ​ໃຫ້​ກະຊວງ​ສາທາລະນະ​ສຸກ​ບຸລິມະສິດ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະຍາດ​ວັນນະ​ໂລກ. ຍູ້​ແຮງ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະຍາດ​ວັນນະ​ໂລກ​ຢູ່​ບັນ​ເຂດ​ຈຸດ​ສຸມ. ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຕ້ອງ​ຖື​ຄາດໝາຍ​ຕ້ານ​ວັນນະ​ໂລກ​ແມ່ນ 1 ​ໃນບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ, ​ເພື່ອ​ແນ​ໃສ່​ນຳ​ຫວຽດນາມ​ອອກ​ຈາກ​ບັນຊີ​ລາຍ​ຊື່ 22 ປະ​ເທດ​ມີອັດຕາ​ຜູ້​ຕິດພະຍາດ​ວັນນະ​ໂລກ ​ແລະ ​ເສຍ​ຊີວິດຍ້ອນ​ພະຍາດ​ວັນນະ​ໂລກ​ຫຼາຍທີ່​ສຸດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ