ຫວຽດນາມສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນ9ລ້ານເທື່ອຄົນໃນປີ2020

ຫວຽດນາມສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນ9ລ້ານເທື່ອຄົນໃນປີ2020 - ảnh 1
ພາບ​ປະ​ກອບ

(​vovworld) – ​ ​​ວັນ​ທີ 2/11, ຢູ່​ລອນດອນ, ປະ​ເທ​ດ​ອັງ​ກິດ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ​ສະ​ຫະ​ພັນລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ອາຍ​ແລນ​ເໜືອ ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ຊຸກ​ຍູ້ການ​ທ່ອງ​ທ່ຽວ​ຢູ່​ຕະຫຼາດ ເອີ​ລົບ. ຜູ້​ຕາງ​ໜ້າ​ກະ​ຊວງ​​ວັດ​ທະ​ນະ​ທຳ, ກິ​ລ​າ ແລະ ທ່ອງ​ທ່ຽວ ​ໄດ້ແນະ​ນ​ຳ​ແຜນ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່​ຕະ​ຫຼາດ ເອີ​ລົບ ໄລ​ຍະ 2015 – 2017, ໃນ​ນ​ັ້ນ​ເນັ້ນ​ໜັກ​ເຖິງ​ເລື່ອງ​ຈັດ​ຕັ້ງ​ບັນ​ດາ​​ແຜນການ​ປະ​ຈຳ​ປີ​ແນະ​ນຳ​ຈຸດ​ນັດ​ພົບ ແລະ ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ, ເພີ່ມ​ທະ​ວີ​ຂອບ​ຂະ​ໜາດ​ເຂົ້າ​ຮ່ວມ​ບັນ​ດາ​ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ​ຢູ່ ເອີ​ລົບ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ບັນ​ດາ​ເຫດ​ການ​​ດ້ານການ​ເມືອງ, ການ​ທູດ, ເສດ​ຖະ​ກິດ. ມີຫຼາຍ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຖື​ວ່າ: ຄວນ​ມີ​ກົນ​ໄກ​ສົມ​ທົບ​ກັນ​ເພື່ອ​​ນຳການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຢູ່ ເອີ​ລົບ ​ເຂົ້າ​ແຜນ​ການ​ຂອງ​ແຕ່​ລະ​ອົງ​ການ​ຕາງ​ໜ້າ​ຂອງ ຫວຽດ​ນາມ ຢູ່ ທະ​ວີບນີ້. ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຄວນ​ມີ​ຈຸດ​ສຸມ ແລະ ຄວນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ປະ​ຈຳ. ນອກ​ຈາກນັ້ນ, ກອງ​ປະ​ຊຸມກໍ່ໄດ້​ຮັບ​ຄຳ​ເຫັນ​ປະ​ກອບຫຼາຍ​ຢ່າງ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ທ່ານ ໂຮ່​ແອງ​ຕ໋ວນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ​ກິ​ລາ ແລະ ທ່ອງ​ທ່ຽວ ​ເນັ້ນ​ໜັກ​ວ່າ​: ດ້ວຍ​ຄວາມຕັດ​ສິນ​ໃຈ​ຊຸກ​ຍູ້​ຕະຫຼາດ​ທ່ອງ​ທ່ຽວ ເອີ​ລົບ, ​ກະ​ຊວງວັດ​ທະ​ນະ​ທຳ, ​ກິ​ລາ ແລະ ທ່ອງ​ທ່ຽວ ຈະ​ສ້າງ​ຕັ້ງ​ຄະ​ນະ​ປະ​ສານ​ງານ​ໂດຍ​ໄວ ເພື່ອ​ຜັນ​ຂະ​ຫຍາຍ​ແຜນ​ການ​ໄລ​ຍະ 2015 – 2017, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ຈຸດ​ໝາຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 9 ລ້ານ​ເທື່ອ​ຄົນ​ໃນ​ປີ 2020.


ຂ່າວ/ບົດ​ອື່ນ