ຫວຽດນາມສວມບົດບາດຢ່າງຕັ້ງໜ້າໃນການຊຸກຍູ້ການພົວພັນ ອາຊຽນ-ອີຢູ

ຫວຽດນາມສວມບົດບາດຢ່າງຕັ້ງໜ້າໃນການຊຸກຍູ້ການພົວພັນ  ອາຊຽນ-ອີຢູ - ảnh 1
​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວູດັງ​ຢຸ້ງ (ຊ້າຍ) ແລະ ທ່ານ​ປະທານ​ສະພາ​ເອີລົບ Herman Van Rompuy (ກາງ)
(ພາບ: Việt Tú/Vietnam+)

 (vovworld) ​​-  ​ ວັນ​ທີ 19/11, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວູດັງ​ຢຸ້ງ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ອາ​ຊຽນ, ​ໃນ​ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ສະພາ​ເອີລົບ Herman Van Rompuy ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ເມື່ອ​ຫວຽດນາມ​ສວມ​ບົດບາດ​ເປັນ​ປະ​ເທດ​ປະສານ​ງານການ​ພົວພັນ ອາ​ຊຽນ-ອີ​ຢູ ​ໄລຍະ 2012-2015. ຕາມ​ທ່ານ Herman Van Rompuy ​ແລ້ວ, ໜຶ່ງ​ໃນ​ບັນດາ​ໝາກຜົນ​ສຳຄັນ ​ແມ່ນ​ຄວາມ​ຕັດສິນ​ຂອງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ-ອີ​ຢູ ມຸ່ງ​ໄປ​ເຖິງ​ການ​ຍົກ​ລະດັບ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

       ທ່ານປະທານ​ສະພາ​ເອີລົບ Herman Van Rompuy ຢັ້ງຢືນ​ຄືນ​ໃໝ່​ວ່າ: ຄຳ​ໝັ້ນ​ສັນຍາ​ຂອງ​ອີ​ຢູ ສືບ​ຕໍ່​ໜູນ​ຊ່ວຍ​ອາ​ຊຽນ ສ້າງ​ປະຊາ​ຄົມ​ໃນທັງ 3 ​ເສົາ​ຄ້ຳການ​ເມືອງ-​ການ​ປ້ອງ​ກັນຄວາມ​ສະຫງົບ, ​ເສດຖະກິດ ​ແລະ ວັດທະນະທຳ-​ສັງຄົມ, ກໍ່​ຄື​ສະໜັບສະໜູນ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ທີ່​ບັນດາ​ເວທີ​ປາ​ໄສ ​ແລະ ​ໂຄງ​ປະກອບພາກ​ພື້ນ​ພວມ​ສ້າງ​ຕັ້ງ. ທ່ານ Herman Van Rompuy ຊີ້​ແຈ້ງວ່າ: ອີ​ຢູ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ການ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ພ້ອມ​ກັນ​ຍົກ​ລະດັບການ​ພົວພັນ ​ອາ​ຊຽນ-ອີ​ຢູຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໂດຍ​ໄວ.

        ອີ​ຢູສະໜັບສະໜູນ​ບັນດາ​ກົນ​ໄກ​ການ​ຮ່ວມ​ມືທີ່​ພວມ​ປະຕິບັດ​ໃນປະຈຸ​ບັນ ລະຫວ່າງ​ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ການ​ຊຸກຍູ້​ຄວາມ​ສະຫງົບ​​ໃນພາກພື້ນ, ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ ​ແລະ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​​​ດຳ​ເນີນ​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະ​ພຶດ​ບົນ​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

 

 




ຂ່າວ/ບົດ​ອື່ນ