ຫວຽດນາມ-ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ເຕັມໄປດ້ວຍຄວາມຫວັງຢູ່ອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ-ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ເຕັມໄປດ້ວຍຄວາມຫວັງຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1
ນະຄອນໂຮ່ຈີມິນ (ພາບ: TTXVN)

(vovworld) – ​​ວັນ​ທີ 28/12 ເວັບ​​ໄຊ​ຂອງ “Bangkok Post” (​ໄປສະນີ ບາງ​ກອກ)​ ມີ​ບົດ​ຂຽນ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ຢູ່ ຫວຽດນາມ, ​ໃນ​ນັ້ນ ຖື​ວ່າ ສະ​ໄໝ “ສັງ​ເກດ” ຢູ່ ຫວຽດນາມ ທີ່ຜ່ານ​ໄປ​ແລ້ວ ​ແລະ ປະຈຸ​ບັນ​ແມ່ນ​ໄລຍະ​ທີ່ບັນດາ​ນັກ​ລົງທຶນຄວນ​​ເຂົ້າດຳ​ເນີນ​ທຸລະ​ກິດ​ຢູ່​ພື້ນຖານ​ເສດຖະກິດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ເວັບ​ໄຊ ໄປສະນີ ບາງ​ກອກ ຕີ​ລາຄາ​ວ່າ: ດ້ວຍ​ລະດັບ​ເຕີບ​ໂຕ​​ໃນປີ 2015 ບັນລຸ 6,68% ​ໃນ​ຊຸມ​ປີມໍ່ໆມາ​ນີ້ ປະ​ເທດ​ທີ່ມີ​ພົນລະ​ເມືອງ 92 ລ້ານ​ຄົນ​ນີ້ ​ ​ໄດ້​ກາຍ​ເປັນບ່ອນ​​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ໃນ​ທົ່ວ​ໂລກ ຍ້ອນ​​ໄດ້ຕັ້ງໜ້າ​ປັບປຸງ​ບັນດາ​ການ​ພົວພັນ​ຕ່າງປະ​ເທດ, ສ້າງ​ບັນດາ​ນະ​ໂຍບາຍ​ສະດວກ​ໃຫ້​​ແກ່​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງ​ນາມ​​ໃນ​ຂໍ້​ຕົກລົງ​ການ​ຄ້າ​ຫລາຍ​ສະບັບ. ບົດ​ຂ່າວ​ໄດ້ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ ສະ​ນັ່ນ ອັງ​ອຸບົນ​ກຸນ ປະທານ​ສະພາວິ​ສາ​ຫະກິດ ​ໄທ - ຫວຽດນາມ ​ໂດຍ​ຖືວ່າ: ຫວຽດນາມ ພ້ອມ​ກັບ ​ໄທ ສາມາດ​ສ້າງ​ກຳລັງ​​ແຮງ​ດ້ານເສດຖະກິດຢ່າງ​ໃຫຍ່​ຫລວງ ​​ແລະ ​ກາຍ​ເປັນ​ແຫຼ່ງກຳລັງ​ໜູນ​ ​ເພື່ອ​ໃຫ້​ອາຊີຕາ​ເວັນ​ອອກ​ສ່ຽງ​​ໃຕ້​ເຕີບ​ໂຕ. ບົດ​ຂ່າວ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ປະຈຸ​ບັນ ຫວຽດນາມ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ສະຖານ​ທີ່​ລົງທຶນ​​ໃນທົ່ວ​ໂລກ. ທ່ານ ສະ​ນັ່ນ ຮຽກຮ້ອງ​​ບັນດາ​ນັກ​ລົງທຶນ ​ໄທ ຈົ່ງ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ຍ້ອນ​ວ່າ ລັດຖະບານ ຫວຽດນາມ ພວມ​ຕັ້ງໜ້າ​ຍູ້​ແຮງ​​ການແກ້​ໄຂ​ສິ່ງ​ຕິດ​ຄັດ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ປັບປຸງ​​ໂຄງ​ລ່າງ ​ແລະ ​ແລວ​ ​ເສດຖະກິດ​ໃຫ້​ສົມບູນ​ແບບ.


ຂ່າວ/ບົດ​ອື່ນ