ຫວຽດນາມ-ສະຫະພັນລັດເຊຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ-ສະຫະພັນລັດເຊຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ảnh 1
ເຈ​ລະ​ຈາ​ຍຸດ​ທະ​ສາດ​​ການປ້ອງ​ກັນ​ຊາດ ຂັ້ນ​ລັດ​ຖະ​ມົນ​ຕີ​ຊ່ວຍ
ລະ​ຫວ່າງ ​ຫວຽດ​ນາມ ແລະ ສະ​ຫະ​ພັນ​​ລັດ​ເຊຍ ຄັ້ງ​ທີ 2
(ພາບອິນເຕີແນັດ)

(vovworld)- ວັນ​ທີ 21 ມີ​ນາ, ທີ່​ນະ​ຄອນຫຼວງ Moscow, ສະ​ຫະ​ພັນ​​ລັດ​ເຊຍ, ໄດ້​ດຳ​ເນີນ​ການ “ເຈ​ລະ​ຈາ​ຍຸດ​ທະ​ສາດ​​ການປ້ອງ​ກັນ​ຊາດ ຂັ້ນ​ລັດ​ຖະ​ມົນ​ຕີ​ຊ່ວຍ ລະ​ຫວ່າງ ​ຫວຽດ​ນາມ ແລະ ສະ​ຫະ​ພັນ​​ລັດ​ເຊຍ ຄັ້ງ​ທີ 2”. ຄະ​ນະ​ຜູ​້​ແທນກອງ​ທັບ​ຂັ້ນ​ສູງ​ຫວຽດ​ນາມ ໂດຍ ທ່ານ​ ພົນ​ໂທ  ຫງວຽນຈີ​ວິງ , ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ເປັນ​ຫົວ​ໜ້າ​ຄະ​ນະ. ນະ​ທີ່ນີ້, ສອງ​ຝ່າຍ​ແຈ້ງ​ໃຫ້​ກັນ​ຊາບ​ ກ່ຽວ​ກັບສະ​ພາບ​ການ​ສາ​ກົນ, ພາກ​ພື້ນ ແລະ ຮ່ວມ​ກັນ​ແລກ​ປ່ຽນ, ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາການ​ຜັນ​ແປ​​ທີ່ສັບ​ສົນ​ໃໝ່​ ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​​ຄວາມ​ສົນ​ໃຈ , ພິ​ເສດ​ແມ່ນ​ບັນ​ດາ​​ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງ​ເຄັ່ງ​ຕຶງ ໄລ​ຍະ​ມໍ່ໆມາ​ນີ້ ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວ​ມ​ມື, ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ-​ລັດ​ເຊຍ, ໃນ​ນັ້ນ, ມີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​​ຊາດ, ສອງ​ຝ່າຍ ຢັ້ງ​ຢືນ​ວ່າ​ບົດ​ບາດ​ສຳ​ຄັນ ​ຂອງ​ການ​ປະ​ຕິ​ບັດ ​ບັນ​ດາການ​​ເຈ​ລະ​ຈາ​ຍຸດ​ທະ​ສາດ​​ການປ້ອງ​ກັນ​ຊາດ​ ໃນການ​ສ້າງ​ຄວາມ​​ໄວ້​ເນື້ອເຊື່ອ​ໃຈ​. ພ້ອມ​ທັງ ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ ບັນ​ດາ​ການ​ເຄື່ອນ​ໄຫວຕໍ່​ໄປ ​ໃນ​ການ​ພົວພັນ ດ້ານ​ການ​ປ້ອງ​ກັນ​ຊາດ, ເຕັກ​ນິກ​ການ​ທະ​ຫານ. ​ທ່ານ Antonov ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​​ລັດ​ເຊຍ, ຫົວ​ໜ້າ​ຄະ​ນະ ​ກອງ​ທັບ​ສະ​ຫະ​ພັນ​ຣັດ​ເຊຍ, ໃຫ້​ຮູ້​ວ່າ:

        ພວກ​ຂ້າ​ພະ​ເຈົ້າ ​ຖື​ເປັນ​ສຳ​ຄັນການ​ພົບ​ປະ ລະ​ຫວ່າງ ພະ​ນັກ​ງານກອງ​ທັບ​ຫວຽດ​ນາມ ແລະ ຣັດ​ເຊຍ​ມື້​ນີ້ທີ່​ສຸດ. ການ​ພົບ​ປະ ລະ​ຫວ່າງ ​ຜູ້ຕາງ​ໜ້າ​ກະ​ຊວງ​​ປ້ອງ​ກັນຊາດ ຂອງສອງ​ປະ​ເທດ ແມ່ນ​ພາກ​ສ່ວນ​ໜຶ່ງ ​ທີ່​​ສຳ​ຄັນທີ່​ສຸດ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຈ​ລະ​ຈາ ເພື່ອແນ​ໃສ່​ພັດ​ທະ​ນາ​ການ​ພົວ​ພັນຮ່ວມ​ມື, ຄູ່​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ. ພວກ​ຂ້າ​ພະ​ເຈົ້າ ຖື​ຫວຽດ​ນາມ​ເປັນ​ຄູ່​ຮ່ວ​ມມືຍຸດ​ທະ​ສາດ, ມີ​ທີ່​ຕັ້ງ​ສຳ​ຄັນ ​ເປັນ​ຂົວ​​ເຊື່ອມຕໍ່​ການ​ພົວ​ພັນ ລະ​ຫວ່າງ ຣັດ​ເຊຍ ແລະ ASEAN  ​ເຊິ່ງ​ປີນີ້ ພວກ​ເຮົາ​ສະ​ເຫຼີມ​ສະຫຼອງວັນ​ສ້າງຕັ້ງ​ສາຍ​ພົວ​ພັນ​ ​​ຄົບ​ຮອບ 20 ປີ​​ເຕັມ. ນີ້ບໍ່​ພຽງແຕ່​ເປັນ​ຄຳ​ເວົ້າເທົ່າ​ນັ້ນ ຫາກ​ບັນ​ດາ​ວຽກ​ງານ​ຂອງ​ຕົນ, ໄດ້​ພິ​ສູດ​ໃຫ້​ທົ່ວ​ໂລກຮັບ​ຮູ້ ​ກ່ຽວ​ກັບ​ນ້ຳ​ໃຈ​ມິດ​ຕະ​ພາບ, ການ​ຮ່ວມ​ມື ບົນ​ພື້ນ​ຖານຮັກ​ຫອມ​ສັນ​ຕິ​ພາບ, ຜ່ານ​​ຜ່າ​ສິ່ງ້​ທາ​ທາຍ​ທຸກ​ຢ່າງ ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຂອງ​ພວກ​ເຮົາເອງ.

        ໃນ​ວັນ​ດຽວ​ກັນ, ທ່ານ​  ຫງວຽນຈີ​ວິງ , ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະຊວງ ປ້ອງ​ກັນ​ປະ​ເທດຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ, ເຮັດ​ວຽກ ແລະ ໂອ້​ລົມ ​ກັບ​ພະ​ນັກ​ງານ, ​ພະ​ລາ​ກອນ ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ