ຫວຽດນາມ-ສະຫະພັນລັດເຊຍເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນແລະສາກົນ

(VOVWORLD) -ຮອງລັດຖະມົນຕີ 2 ທ່ານໄດ້ຕີລາຄາການເຈລະຈາຢ່າງມີປະສິດທິຜົນ, ສະແດງໃຫ້ເຫັນຈິດໃຈຮ່ວມມືສູງ.

ຫວຽດນາມ-ສະຫະພັນລັດເຊຍເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນແລະສາກົນ - ảnh 1 ທ່ານ ບຸ່ຍແທັງເຊີນ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ

(ພາບ: TTXVN)

ຕອນບ່າຍວັນທີ 06 ມີນາ, ພາຍຫຼັງເຂົ້າຮ່ວມກອງປະຊຸມເຈລະຈາຍຸດທະສາດການທູດ - ປ້ອງກັນຊາດ - ຄວາມໝັ້ນຄົງຂັ້ນຮອງລັດຖະມົນຕີການຕ່າງປະເທດຫວຽດນາມ - ລັດເຊຍ ຄັ້ງທີ 11, ທ່ານ ບຸ່ຍແທັງເຊີນ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ທ່ານ V.Titov, ຮອງລັດຖະມົນຕີຜູ້ທີ່ໜຶ່ງກະຊວງການຕ່າງປະເທດລັດເຊຍ ໄດ້ມີການພົບປະກັບສື່ມວນຊົນ, ແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຈລະຈາ.

          ຮອງລັດຖະມົນຕີ 2 ທ່ານໄດ້ຕີລາຄາການເຈລະຈາຢ່າງມີປະສິດທິຜົນ, ສະແດງໃຫ້ເຫັນຈິດໃຈຮ່ວມມືສູງ.

          ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ທ່ານຮອງລັດຖະມົນຕີ ບຸ່ຍແທັງເຊີນ ໃຫ້ຂໍ້ສັງເກດວ່າ, 2 ຝ່າຍໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ. 2 ຝ່າຍກໍ່ແລກປ່ຽນບັນດາຂົງເຂດຮ່ວມມືດ້ານຄວາມໝັ້ນຄົງ - ການປ້ອງກັນຄວາມສະຫງົບ, ຕີລາຄາກ່ຽວກັບສະພາບການສາກົນ, ພາກພື້ນ. 2 ຝ່າຍກໍ່ໄດ້ແລກປ່ຽນມາດຕະການຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືລະຫວ່າງລັດເຊຍ ກັບບັນດາປະເທດອາຊຽນ…

          ກ່ຽວກັບການສົມທົບກັນລະຫວ່າງ 2 ຝ່າຍຢູ່ບັນດາເວທີປາໄສຫຼາຍຝ່າຍໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ, ຫວຽດນາມ - ສະຫະພັນລັດເຊຍ ໄດ້ແບ່ງປັນບັນດາທັດສະນະທີ່ຄ້າຍຄືກັນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ. ການສົມທົບກັນບໍ່ພຽງແຕ່ຢູ່ເວທີປາໄສອາຊຽນ ເທົ່ານັ້ນ, ຫາກຍັງຢູ່ບັນດາເວທີປາໄສຮ່ວມມືອາຊີ - ເອີລົບ, ເວທີປາໄສ APEC ແລະ ບັນດາກົນໄກອື່ນໆອີກດ້ວຍ.

          ສ່ວນທ່ານຮອງລັດຖະມົນຕີ V.Titov ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕຳແໜ່ງເປັນປະທານອາຊຽນ. 2 ຝ່າຍກໍ່ກຳນົດບັນດາທິດທາງຮ່ວມມືໃໝ່ ເພື່ອຊຸກຍູ້ການເຕີບໂຕຢູ່ພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ