ຫວຽດນາມສະເຫຼີມສະຫຼອງ 41 ປີ ແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ

      ຫວຽດນາມສະເຫຼີມສະຫຼອງ 41 ປີ ແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1
ພິ​ທິ​ຊັກ​ທຸງ​ຊາດ​ຢູ່​ແຂວງກວາງ​ຈິ
(baoquangtri)


(vovworld)- ມື້ນີ້ ວັນ​ທີ 30/4/1975 ຊຶ່ງ​ແມ່ນ​ວັນ​ຄົບ​ຮອບ 41 ປີ ແຫ່ງ​ການ​ປົດ​ປ່ອຍ​ພາກ​ໃຕ້ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ມະ​ຫາ​ໄ​ຊ​ລະ​ດູ​ບານ​ໃໝ່​ປີ 1975 ໄດ້​ເຮັດ​ໃຫ້​ສົງ​ຄາມ​ຮຸກ​ຮານ​ຫວຽດ​ນາມ​ຖືກ​ປະ​ລາ​ໄຊ​ຢ່າງ​ສິ້ນ​ເຊິ່ງ ແລະ ລົບ​ລ້າງ​ແອກ​ຄອບ​ຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່​ຂອງ​ອາ​ເມ​ລິ​ກາ, ສິ້ນ​ສຸດ​ການ​ຕໍ່​ຕ້ານ​ຍາວ​ນານ, ລຳ​ບາກ​ກາ​ກກຳ ແລະ ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ​ຂອງ​ຊາດ​ຫວຽດ​ນາມ. ໄຊ​ຊະ​ນະ​ດັ່ງ​ກ່າວ​ໄດ້​ຖືກ​ສ້າງ​ຂຶ້ນ ກໍ​ຍ້ອນ​ມີ​ການ​ນຳ​ພາ​ຢ່າງ​ປິ​ຊາ​ສາ​ມາດ ແລະ ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ; ມູນ​ເຊື້ອ​ຮັກ​ຊາດ, ອົງ​ການ​ກ້າ​ແກ່ນ, ສາ​ມັກ​ຄີ​ກັນເປັນຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ຊຶ່ງ​ໄດ້​ຝຶກ​ຝົນຫຼໍ່ຫຼອມ​ຜ່ານ​ໄລ​ຍະ​ນັບ​ພັນ​ປີ​ແຫ່ງ​ປະ​ຫວັດ​ສາດ.

    ເມື່ອ​ສັນ​ລະ​ເສີນ​ກ່ຽວກ​ັບ​ໄຊຊະ​ນະດັ່ງ​ກ່າວ, ບົດ​ນຳ​ທີ່​ໜັງ​ສື​ກວນ​ໂດ້ຍ​ເຍີນ​ເຢີນ​ຫວຽດ​ນາມ​ສະ​ບັບ​ອອກວັນ​ທີ 30/4 ໄດ້​ຢືນ​ຢັນ​ວ່າ ເພື່ອ​ຍາດ​ໄດ້​ໄຊ​ຊະ​ນະ​ວັນ​ທີ 30/4, ໄດ້​ມີ​ລູກ​ຮັກຫຼານ​ແພງ​ຂອງ​ປະ​ເທດ​ຫວຽດ​ນາມ​ນັບ​ລ້ານ​ຄົນ​ຕ້ອງ​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ຄ​ວາມ​ເສຍ​ສະຫຼະ​ນັ້ນ ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ ແຕ່​ກໍ​ເປັນ​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ, ເພາະ​ໄດ້​ສ້າງ​ໃຫ້​ມີ​ບັນ​ດາ​ໜ້າ​ປະ​ຫວັດ​ສາດ​ຄຳ​ຂອງ​ຊາດ, ພ້ອມ​ກັນ​ນັ້ນ ກໍ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ບົນ​ເວ​ທີ​ສາ​ກົນ, ກາຍ​ເປັນ​ສັນ​ຍາ​ລັກ​ຂອງ​ລັດ​ທິ​ວິ​ລະ​ຊົນ​ປະ​ຕິ​ວັດ.

    ເພື່ອ​ເປັນ​ການ​ສະ​ເຫຼີ​ມ​ສະຫຼອງ 41 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ໃນ​ວັນ​ທີ 30/4 ຢູ່ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ກໍ​ໄດ້​ຈັດ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງຄື ສະ​ແດງ​ສິ​ລະ​ປະ, ຍິງບັ້ງ​ໄຟ​ດອກ, ສະ​ແດງ​ຊຸດ​ອາ​ພອນ… ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ
ຂ່າວ/ບົດ​ອື່ນ