ຫວຽດ​ນາມ​ສະ​ເໜີ​ບັນ​ດາ​ຝ່າຍ​ຢູ່ ເຢ​ແມນ ຢຸດ​ຍິງ

(VOVWORLD) - ວັນທີ 16 ເມສາ, ຢູ່ກອງປະຊຸມທາງອອນລາຍປຶກສາຫາລືກ່ຽວກັບສະພາບການ ເຢແມນ ໃນເດືອນຜ່ານມາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ຕີລາຄາສະພາບການຢູ່ ເຢແມນ ວ່າແມ່ນມີຄວາມຫຍຸ້ງຍາກທີ່ສຸດຍ້ອນສະພາບການສູ້ຮົບຍັງດຳເນີນຕໍ່ໄປຢູ່ບາງສະຖານທີ, ຄວາມສ່ຽງໂລກລະບາດ Covid-19 ແລະ ລະບົບສາທາລະນະສຸກຂອງ ເຢແມນ ຂາດເຂີນເຄື່ອງອຸປະກອນ ແລະ ແຜດໝໍຢ່າງຮ້າຍແຮງ, ເສດຖະກິດມະຫາພາກຂາດສະຖຽນລະພາບ…
ຫວຽດ​ນາມ​ສະ​ເໜີ​ບັນ​ດາ​ຝ່າຍ​ຢູ່ ເຢ​ແມນ ຢຸດ​ຍິງ - ảnh 1ນ້ອງນ້ອຍຢູ່ຕູບຊົ່ວຄາວທີ່ ແຂວງ Hajjah ປະເທດ ເຢແມນ (ພາບ: THX/TTXVN)

ໃນສະພາບການນັ້ນ, ສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ບັນດາຝ່າຍສືບຕໍ່ມານະພະຍາຍາມປະຕິບັດຄຳສັ່ງຢຸດຍິງ, ໂດຍສະເພາະແມ່ນກຳລັງ Houthi, ພ້ອມກັນນັ້ນກໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການມະນຸດສະທຳ, ເສດຖະກິດຊຸດໂຊມຢູ່ ເຢແມນ.

ກ່າວຄຳປາໄສຢູ່ກອງປະຊຸມ, ທ່ານ ດັ້ງດີ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການມະນຸດສະທຳຢູ່ ເຢແມນ ແລະ ສະໜັບສະໜູນຄຳຮຽກຮ້ອງທ່ານຂອງເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບການປະຕິບັດຄຳສັ່ງຢຸດຍິງຢູ່ບັນດາຂົງເຂດປະທະກັນໃນສະພາບການໂລກຕ້ອງສຸມໃສ່ພັນທະໃນການ, ສະກັດກັ້ນ ໂລກລະບາດ Covid-19. ທ່ານ ເອກອັກຄະລັດຖະທູດກໍ່ເນັັ້ນໜັກວ່າປົກປ້ອງປະຊາຊົນ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງສືບຕໍ່ໂອ້ລົມສົນທະນານຳກັນ ແລະ ມຸ່ງໄປເຖິງວິທີການແກ້ໄຂທາງການເມືອງຮອບດ້ານກັບບົດບາດເປັນໃຈກາງຂອງ ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ