ຫວຽດນາມສະໜັບສະໜູນ ບູຣໄນ ໃນບົດບາດເປັນປະທານອາຊຽນ 2021

(VOVWORLD) -ວັນທີ 13 ເມສາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໄດ້ມີການເຈລະຈາທາງໂທລະສັບກັບ ທ່ານລັດຖະມົນຕີການຕ່າງປະເທດ ບູຣໄນ   ເປຮິນ ຢູ່ຊອດ
ຫວຽດນາມສະໜັບສະໜູນ ບູຣໄນ ໃນບົດບາດເປັນປະທານອາຊຽນ 2021 - ảnh 1

ຫວຽດນາມມອບໂອນບົດບາດ ເປັນປະທານອາຊຽນ 2021 ໃຫ້ບູຣໄນ 

     ທີ່ການເຈລະຈາ, ລັດຖະມົນຕີການຕ່າງປະເທດ ທັງ 2 ທ່ານໄດ້ເຫັນດີສ້າງໂຄງການດຳເນີນງານ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານໃນ 5 ປີ ທີ່ຈະມາເຖິງ, ຮັກສາກົນໄກຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍ, ຄົ້ນຄ້ວາສ້າງກົນໄກປຶກສາຫາລືການເມືອງລະຫວ່າງ 2 ກະຊວງການຕ່າງປະເທດ ແລະ ລົງນາມໃນຂໍ້ຕົກລົງຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງ 2 ກະຊວງການຕ່າງປະເທດ ກໍຄືຊຸກຍູ້ການຮ່ວມມື ທາງດ້ານການຄ້າ ການລົງທຶນ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ຢືນຢັນວ່າ ຫວຽດນາມ ພວມ ແລະ ຈະສືບຕໍ່ຕັ້ງໜ້າ ສະໜັບສະໜູນ ບູຣໄນ ໃນບົດບາດເປັນປະທານອາຊຽນ 2021.

ຕອບກັບ

ຂ່າວ/ບົດ​ອື່ນ