ຫວຽດນາມສະໜັບສະໜູນກົນໄກ ຄວບຄຸມການຄ້າຂາຍອາວຸດ

ຫວຽດນາມສະໜັບສະໜູນກົນໄກ ຄວບຄຸມການຄ້າຂາຍອາວຸດ - ảnh 1
(ພາບປະກອບ:
vietnamplus.vn)

(vovworld)-​  ທີ່​ກອງປະຊຸມ​ສຸດ​ທ້າຍ​ຂອງ ສປຊ ກ່ຽວ​ກັບ​ສົນທິສັນຍາຄ້າຂາຍ​ອາວຸດ​ປົກກະຕິ (ATT) ຈັດ​ຂຶ້ນ​ຢູ່​ນິວຢອກ-​ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈູງ ຫົວໜ້າ​ຜູ້ຕາງໜ້າ​ຫວຽ​ດນາມ ປະຈຳ ສປຊ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ຢືນຢັນ​ວ່າ: ຫວຽດນາມ ​ແບ່ງປັນ​ບັນດາ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ຜົນ​ຮ້າຍ​ອັນ​ໜັກໜ່ວງ​ໂດຍ​ສະພາບການ​ຄ້າຂາຍ​ອາວຸດ​ຜິດ​ກົດໝາຍ​ກໍ່​ຂຶ້ນ​ ຕໍ່​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ, ການ​ພັດທະນາ ​ແລະ ຊີວິດ​ຂອງ​ມວນ​ມະນຸດ​ໃນ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື​ລວມຂອງ​ກອງ​ປະ​ຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈູງ ຊີ້​ແຈ້ງວ່າ ​ເພື່ອ​ບັນລຸ​ປະສິດທິ​ຜົນ, ສົນທິສັນຍາຄ້າຂາຍ​ອາວຸດ​ປົກກະຕິ (ATT) ຕ້ອງ​ຮັບປະກັນ​ລັກສະນະ​ດຸ່ນ​ດຽງ​ລະຫວ່າງ​ບັນຫາ​ດັ່ງກ່າວ​ກັບ​ບັນດາບັນຫາ​ອື່ນໆ​ຄື: ສິດ​ປ້ອງ​ກັນ​ຕົວ​ຂອງ​ປະ​ເທດ​ຕ່າງໆ, ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ສາກົນ, ບໍ່​ໃຊ້​ກຳລັງ​ອາວຸດ ຫລື​ນາບ​ຂູ່ໃຊ້​ກຳລັງ​ອາວຸດ ​ແລະ ​​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ຜ່ານ​ມາດ​ຕະການ​ໂດຍ​ສັນຕິ. ທ່ານ​ເລ​ຮ່ວາຍ​ຈູງ ຢືນຢັນ​ວ່າ ຫວຽດນາມ ຈະ​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ສ້າງສັນ ​ໃນ​ເວລາ​ດຳ​ເນີນ​ກອງ​ປະຊຸມ​ເພື່ອ​ຈຸດໝາຍລວມຂອງປະຊາ​ຄົມ​ໂລກ​ຄື: ຫລຸດຜ່ອນ​ຜົນ​ຮ້າຍ​ຢ້ອນ​ລັງ​ຈາກ​ການ​ຄ້າຂາຍ​ອາວຸດ​ຜິດ​ກົດໝາຍ​ໃນ​ໂລກ​ໃນ​ລະດັບ​ຕ່ຳ​ສຸດ.

ຂ່າວ/ບົດ​ອື່ນ