ຫວຽດ​ນາມສະ​ໜັບ​ສະໜູນເລື່ອງ​ເພີ່ມ​ທະ​ວີການຮັບ​ປະ​ກັນຄວາມ​ສະ​ຫງົບ​ປອດ​ໄພ​ໃຫ້​ກຳ​ລັງຮັກ​ສາສັນ​ຕິ​ພາບ

(VOVWORLD) -ວາລະປະຊຸມປືກສາຫາລືເປີດກອງປະຊຸມປະຈຳປີຂອງຄະນະກຳມະການພິເສດ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ ໄດ້ເປີດຂຶ້ນຢູ່ ນະຄອນ New York, ອາເມຣິກາ, ໃນວັນທີ 14 ກຸມພາ 2022.
ຫວຽດ​ນາມສະ​ໜັບ​ສະໜູນເລື່ອງ​ເພີ່ມ​ທະ​ວີການຮັບ​ປະ​ກັນຄວາມ​ສະ​ຫງົບ​ປອດ​ໄພ​ໃຫ້​ກຳ​ລັງຮັກ​ສາສັນ​ຕິ​ພາບ - ảnh 1ທ່ານນາງຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ
(ພາບ: ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ)

ກ່າວຄຳປາໄສຢູ່ກອງປະຊຸມ, ທ່ານນາງຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ແບ່ງປັນເຖິງປະຊາຄົມສາກົນ ກ່ຽວກັບຄວາມເອົາໃຈໃສ່ຂອງ ຫວຽດນາມ ໃນຂົງເຂດຮັກສາສັນຕິພາບ, ພິເສດໃນວຽກງານຮັບປະກັນຄວາມສະຫງົບ, ປອດໄພ ຂອງກຳລັງຮັກສາສັນຕິພາບ ກໍ່ຄືວຽກງານສະໜັບສະໜູນແຫຼ່ງກຳລັງ, ເພີ່ມທະວີພາລະບົດບາດອົງການຂອງບັນດາການຕັດຈັ້ງພາກພື້ນຄື ສະມາຄົມບັນດາປະເທດຕາເວັນອອກສ່ຽງໃຕ້ (ASEAN) ແລະ ການເຂົ້າຮ່ວມຂອງແມ່ຍິງໃນບັນດາການເຄື່ອນໄຫວສັນຕິພາບ. ຜູ້ຕາງໜ້າ ໃຫ້ຫວຽດນາມ ກໍ່ໄດ້ແຈ້ງຂໍ້ມູນກ່ຽວກັບເລື່ອງ ຫວຽດນາມ ແມ່ນໜຶ່ງໃນ 4 ສູນບຳລຸງສ້າງໃຫ້ແກ່ກຳລັງຮັກສາສັນຕິພາບ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ກຽມພ້ອມຊຸກຍູ້ການຮ່ວມມືໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ