ຫວຽດນາມສະໜັບສະໜູນແຜນການ 3 ຂໍ້ຂອງທູດພິເສດສະຫະປະຊາຊາດກ່ຽວກັບເຢແມັນ

(VOVWORLD) -ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ ເຢແມັນ
ຫວຽດນາມສະໜັບສະໜູນແຜນການ 3 ຂໍ້ຂອງທູດພິເສດສະຫະປະຊາຊາດກ່ຽວກັບເຢແມັນ - ảnh 1 (ກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ ເຢແມັນ)

ວັນທີ 18 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ ເຢແມັນ ໃນສະພາບການສືບຕໍ່ຊົ່ວຮ້າຍລົງຢູ່ຫຼາຍແຫ່ງຂອງ ເຢແມັນ, ເຊິ່ງເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ, ບັນດາໂຄງການມະນຸດສະທຳຂອງສະຫະປະຊາຊາດທີ່ສະຫງວນໃຫ້ແກ່ ເຢແມັນ ມີຄວາມສ່ຽງຖືກຢຸດຕິລົງຍ້ອນຂາດເຂີນງົບປະມານເຄື່ອນໄຫວ.

        ເຂົ້າຮ່ວມກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ ເຢແມັນ; ສະໜັບສະໜູນແຜນການສັນຕິພາບ 3 ຂໍ້ຂອງທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບ ເຢແມັນ; ສ້າງເງື່ອນໄຂ ແລະ ບໍ່ກີດຂວາງບັນດາການເຄື່ອນໄຫວມະນຸດສະທຳ; ທ່ານໄດ້ເນັ້ນໜັກເຖິງພັນທະໃນການປົກປ້ອງສາມັນຊົນ, ໂດຍສະເພາະແມ່ນເດັກນ້ອຍ ແລະ ແມ່ຍິງ…

ຕອບກັບ

ຂ່າວ/ບົດ​ອື່ນ