ຫວຽດນາມສະໜອງງົບ ປະມານປົກປັກຮັກສາ ສິ່ງແວດລ້ອມ


ຫວຽດນາມສະໜອງງົບ ປະມານປົກປັກຮັກສາ ສິ່ງແວດລ້ອມ - ảnh 1

(ພາບປະກອບ: stnmt.binhthuan.gov.vn )

(vovworld)- ​ ທ່ານ​ນາຍົກລັດຖະມົນຕີຫາກໍ່​ປະກາດ​ຂໍ້​ຕົກລົງ​ກ່ຽວ​ກັບ​ການຈັດຕັ້ງ ​ແລະ ​ເຄື​ອ່ນ​ໄຫວ​ຂອງ​ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຫວຽດນາມ ຊື່​ງມີໜ້າ​ທີ່​ໃຫ້​ກູ້​ຢືມ​ດ້ວຍ​ອັດຕາ​ດອກ​ເບັ້ຍບຸລິມະສິດ, ອຸປະຖຳ, ໜູນ​ຊ່ວຍ​ອັດຕາ​ດອກ​ເບັ້ຍ​ໃຫ້​ແກ່​ບັນດາ​ໂຄງການ, ການ​ເຄື່ອນ​ໄຫວ, ໜ້າ​ທີ່ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ບໍ່​ນອນ​ໃນ​ແຜນ​ງົບປະມານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ໂດຍ​ເຄື່ອນ​ໄຫວ​ບໍ່​ເພື່ອ​ຈຸດປະສົງ​ໄດ້​ຮັບ​ກຳ​ໄລ, ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຫວຽດນາມ ຈະ​ມີໜ້າ​ທີ່​ຮັບ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງ​ເງິນ​ອຸປະຖຳ, ປະກອບສ່ວນ, ມອບ​ໝາຍ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຫວຽດນາມ, ​ໃຫ້​ກູ້ຢືມ​ດ້ວຍ​ອັດຕາ​ດອກ​ເບັ້ຍບຸລິມະສິດສຳລັບ​ບັນດາ​ໂຄງການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ຕາມ​ຂໍ້​ຕົກລົງ​ຫາ​ກໍ່​ປະກາດ​ໃຊ້​ນັ້ນ, ລັດຖະບານ​ຫວຽດນາມ ​ໄດ້​​ເພີ່ມຈຳນວນທຶນດຳລັດ​ຂອງ ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຫວຽດນາມ ​ເປັນ 1000 ຕື້​ດົ່ງ​ໃນ​ເວລາ 3 ປີ (2015-2017)./.

ຂ່າວ/ບົດ​ອື່ນ