ຫວຽດນາມສ້າງ ເງື່ອນໄຂສະດວກ ໃຫ້ແກ່ການເຄື່ອນ ໄຫວສາສະໜາ

ຫວຽດນາມສ້າງ ເງື່ອນໄຂສະດວກ ໃຫ້ແກ່ການເຄື່ອນ ໄຫວສາສະໜາ - ảnh 1
( ພາບປະກອບ )

( vovworld ) -   ຕອນ​ເຊົ້າ​ວັນ​ທີ 29/2 ຢູ່​ຮ່າ​ໂນ້ຍ, ກະຊວງ​ພາຍ​ໃນ, ຄະນະ​ສາສະໜາ​ລັດຖະບານ ​ໄດ້​ຈັດກອງ​ປະຊຸມສຳ​ມະ​ນາທີ່​ມີ​ຫົວ​ຂໍ້ “ ບັນດາ​ບັນຫາ​ກ່ຽວ​ກັບ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ໃນ​ວຽກງານ​ຄຸ້ມ​ຄອງລັດ​ສຳລັບ​ການ​ເຄື່ອນ​ໄຫວຂອງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ”. ທີ່​ການ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​​ໄດ້​ຢືນຢັນ​ວ່າ, ​ໃນ​ໄລຍະ 30 ປີ​ທີ່​ຜ່ານ​ມາ, ​ໂດຍ​ມີ​ຄວາມ​ໃກ້ຊິດຕິດ​ແທດ​ກັບ​ທິດ​ທາງ “  ທຳ​ມະ​ ແລະ ປະ​ເທດ​ຊາດ ​ແລະ ລັດທິ​ສັງຄົມນິຍົມ ”, ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໄດ້​ພ້ອມ​ກັບ​ບັນດາ​ສາ​ສະ​ໜາ​ອື່ນປະ​ຕິ​ບັດທິດ​ນຳ​ຮ່ວມ​ເດີນ​ທາງພ້ອມ​ກັບປະ​ເທດ​ຊາດ, ປະກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ປະ​ເທດ​ຊາດ. ສະມາຄົມ​ພຸດທະ​ສາສະໜາ​ຢາມ​ໃດ​ກໍ​ເອົາ​ໃຈ​ໃສ່​ໃຫ້​ແກ່​ຜູ້​ທຸກ​ຍາກ, ​ໂດຍ​ສະ​ເພາະ​ແມ່ນພໍ່​ແມ່​ປະຊາຊົນ​ປະສົບກັບ​ໄພ​ທຳ​ມະ​ຊາດ, ສະໜັບສະໜູນ​ກອງ​ທຶນ​ຕອບ​ບຸນ​ແທນ​ຄຸນ, ກອງ​ທຶນ​ສົ່ງ​ເສີມ​ການ​ຮໍ່າຮຽນ… ບັນດາພະສົງ​ສຳມະ​ເນນ, ພຸດທະສາສະນິກະຊົນ​ໃນ​ທົ່ວ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ, ປະກອບ​ສ່ວນ​ເຂົ້າ​​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ພະ​ມະຫາ​ອາຈານ ທີກທ້ຽນ​ເຍີນ, ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່​ສະພາບໍລິຫານ​ງານສະມາຄົມ​ພຸດທະ​ສາສະໜາ​ຫວຽ​ດນາມ ​ໃຫ້​ຮູ້​ວ່າ.

“ ​ໃນ​ໄລຍະ 30 ປີ​ທີ່​ຜ່ານ​ມາ, ນັບ​ແຕ່​ມື້ສ້າງ​ຕັ້ງ​ສະມາຄົມ​ພຸດທະ​ສາສະໜາຫວຽດນາມ ມາ​ຮອດ​ປະຈຸ​ບັນ ​ໄດ້​ສະ​ແດງ​​ໃຫ້​ເຫັນນະ​ໂຍບາຍ​ເສລີ​ໃນ​ການ​​ເຫຼື້ອມ​ໄສຂອງ​ລັດ​ສຳລັບ​ບັນດາ​ສາສະໜາ​ເວົ້າ​ລວມ. ສະມາຄົມ​ພຸດທະສາສະໜາຫວຽດນາມ ​ໄດ້​​ເຕົ້າ​ໂຮມ​ສາສະໜາ​ພຸດ​ນິກາຍ​ຕ່າງໆໃນ​ທົ່ວ​ປະ​ເທດ. ນັ້ນ​ແມ່ນ​ຈຸດ​ປະຫວັດ​ສາດ​ທີ່​ສຳ​ຄັນ. ບັນດາ​ຮາກ​ຖານ​ວຽກ​ງານ​ກຸ້ສົນນ​ດ້ານ​ສັງຄົມ​ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນ. ຜ່ານ​ນັ້ນ​ພິສູດ​ໃຫ້​ເຫັນ​ຄວາມ​ເສລີ​ໃນ​ການ​​ເຫຼື້ອມ​ໄສ ​ແລະ ການ​ຊ່ວຍ​ເຫຼືອ​ຂອງ​ລັດ​ສຳລັບສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໃນ​ປະຈຸ​ບັນ ​ແລະ ອະນາຄົດ ”.

ຂ່າວ/ບົດ​ອື່ນ