ຫວຽດ​ນາມ​ສ້າງ​ຄວາມສ​ະ​ດວກ​ໃຫ້​ວົງ​ການ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃນ​ຂົງ​ເຂດນ້ຳມັນອາຍແກັສ

ຫວຽດ​ນາມ​ສ້າງ​ຄວາມສ​ະ​ດວກ​ໃຫ້​ວົງ​ການ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃນ​ຂົງ​ເຂດນ້ຳມັນອາຍແກັສ - ảnh 1
ຫວຽດ​ນາມ ​ສ້າງ​ຄວາມສ​ະ​ດວກ​ໃຫ້​ວົງ​ການ​ນັກ​ລົງ​
ທຶນ​ຕ່າງ​ປະ​ເທດ​ໃນ​ຂົງ​ເຂດນ້ຳມັນອາຍແກັສ
(ພາບປະກອບ)

(vovworld) - ວັນ​ທີ 19/9, ໃນ​​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ​ຢູ່​ສະ​ຫະ​ພັນ​ລັດ​ເຊຍ, ທ່ານ ຈີ້ງ​ດີ່ງ​ຢູງ ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​​ໄປ​ຢ້ຽມ​ຢາມ, ເຮັດ​ວຽກກັບ ບໍລິສັດນ້ຳມັນອາຍແກັສ Zarubezhneft. ນີ້​ແມ່ນໜຶ່ງ​ໃນບັນ​ດາບໍລິສັດນ້ຳມັນອາຍແກັສ​ພົ້ນ​ທະ​ເລແຖວ​ໜ້າຂອງ ສະ​ຫະ​ພັນ​ລັດ​ເຊຍ ທັງ​ແມ່ນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ເປັນມູນ​ເຊື້ອ​ມາ​ແຕ່​ດົນ​ນານຂອງ ກຸ່ມ​ບໍ​ລິ​ສັດນ້ຳມັນອາຍແກັສ​ແຫ່ງຊາດຫວຽດ​ນາມ. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ ຈີ້ງ​ດີ່ງ​ຢູງ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ນັບ​ມື້​ນັບເລິກເຊິ່ງກ້ວາງຂວາງ ລະ​ຫວ່າງ Petrovietnam ແລະ Zarubezhneft  ໃນ​ໄລ​ຍະ​ຜ່ານ​ມາດ້ວຍສັນຍາລັກແມ່ນໂຮງ​ງານ​ຮ່ວມ​ທຸ​ລະ​ກິດ Vietsopetro ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ Rusvietpetro. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ ຢືນ​ຢັນ​ວ່າ ຄວາມ​ຄຳ​ໝັ້ນ​ສັນ​ຍາ ຂອງ ລັດ​ຖະ​ບານ​ຫວຽດ​ນາມ ກ່ຽວ​ກັບ​ການ​ສ້າງ​ຄວາມສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດໃນ​ຂົງ​ເຂດນ້ຳມັນອາຍແກັສ, ໃນ​ນັ້ນ​ມີ Zarubezhneft ແລະ ບັນ​ດາ​ບໍ​ລິ​ສັດ​ອື່ນໆ ຂອງສະ​ຫະ​ພັນ​ລັດ​ເຊຍ. ກ່ອນ​​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 18/9, ທ່ານ ຈີ້ງ​ດີ່ງ​ຢູງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ “ນັກ​ທຸ​ລະ​ກິດ​​ຊາວຫວຽດ​ນາມ​ຢູ່ສະ​ຫະ​ພັນ​ລັດ​ເຊຍ - ແງ່​ຫວັງ​ຮ່ວມ​ມື ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ໃນ​ສະ​ພາບການ​ທີ່ສັນ​ຍາການ​ຄ້າ​ເສ​ລິ ຫວຽດນາມ - ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ (FTA ຫ​ວຽດ​ນາມ - EAEU) ມີ​ຜົນ​ສັກ​ສິດເຊິ່ງ​ໄດ້​ຈັດ​ຕັ້ງ” ​ຢູ່​ອົງ​ການ​ການ​ຄ້າ ຮ່າ​ໂນ​້ຍ - ມົດ​ສະ​ກູ

 

ຂ່າວ/ບົດ​ອື່ນ