ຫວຽດນາມສ້າງເງື່ອນໄຂສະດວກໃຫ້ແກ່ຊາວຕ່າງປະເທດເຂົ້າ,ອອກເມືອງແລະພັກອາໄສ

ຫວຽດນາມສ້າງເງື່ອນໄຂສະດວກໃຫ້ແກ່ຊາວຕ່າງປະເທດເຂົ້າ,ອອກເມືອງແລະພັກອາໄສ - ảnh 1
ພາບປະກອບ:internet

(vovworld)- ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ຈຸດປະສົງ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ,ອອກ​ເມືອງ​ແລະ​ພັກ​ອາ​ໄສ​ສຳລັບ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ ຊື່​ງ​ຖືກ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ໃນ​ວາລະ​ປະຊຸມ​ຕອນ​ບ່າຍ​ວັນ​ທີ 28/10. ​ເມື່ອ​ທຽບ​​ໃສ່​ກັບ​ລັດຖະບັນຍັດ​ປີ 2000, ຮ່າງ​ກົດໝາຍ​ສະບັບ​ນີ້​ມີ​ບາງ​ເນື້ອ​ໃນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ຫວຽດນາມ. ທ່ານ ລັດຖະມົນຕີ​ກະຊວງ​ຕຳຫລວດ​ຫວຽດນາມ ​ເຈີ​ນດ້າຍ​ກວາງ ​ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ການ​ຍົກ​ເວັ້ນວິຊາ​ໃຫ້​ແກ່​ຊາວ​ຕ່າງປະ​ເທດ ​ແມ່ນ​ປະຕິບັດ​ຕາມ​ສົນທິສັນຍາ​ສາກົນ​ສອງ​ຝ່າຍ ຫລື​ຫລາຍ​ຝ່າຍ ຊື່​ງຫວຽດນາມ​ເປັນ​ສະມາຊິກ. ​ເພ່ືອ​​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ປະຈຸ​ບັນ, ຮ່າງ​ກົດໝາຍ​ສະບັບ​ນີ້ ​ໄດ້​ກຳນົດ​ ​ເມື່ອ​ອອກ​ວິຊາ​ໃຫ້​ແກ່​ຊາວ​ຕ່າງປະ​ເທດ​ເຂົ້າ​​​​ມາລົງທຶນ, ​ເຮັດ​ວຽກ,​ ຮຳ່ຮຽນ​ຢູ່​ຫວຽດນາມ ຕ້ອງ​ມີ​ເງື່ອນ​ໄຂ​ໄປ​ພ້ອມ. ຊາວ​ຕ່າງ​ປະ​ເທດ​ບໍ່​ໄດ້​ຫັນ​ປ່ຽນ​ຈຸດປະສົງ​ເຂົ້າ​ເມືອງ.”

ຂ່າວ/ບົດ​ອື່ນ