ຫວຽດນາມສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບກັບ ປະເທດຕ່າງໆ

ຫວຽດນາມສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບກັບ ປະເທດຕ່າງໆ - ảnh 1

ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ລາຍການ​ພົບ​ປະ​ແລກປ່ຽນ

 (ພາບ : mod.gov.v)

(vovworld)- ​ ຕອນ​ບ່າຍວັນ​ທີ 2/3, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ​ໂງ​ຊວນ​ລິກ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ກົມ​ໃຫ່ຍການ​ເມືອງ​ກອງທັບ ປຊຊ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້ຕາງໜ້າ​ກອງທັບ​ບັນດາ​ປະ​ເທດ​ລາວ, ກຳປູ​ເຈຍ, ຈີນ ​ໃນ​ໂອກາດ​ມາ​ຫວຽດນາມ​ ເຂົ້າຮ່ວມ​ລາຍການ​ພົບ​ປະ​ແລກປ່ຽນ “​ເສັ້ນຊາຍ​ແດນ​ແຫ່ງ​ນ້ຳ​ໃຈ​ມິດ​ຕະພາບ“. ທ່ານ​ພົນ​ໂທ​ໂງ​ຊວນ​ລິກ ​ໄດ້​ຕີ​ລາຄາ​ສູງ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ​ຈົບງາມ​ລະຫວ່າງ​ກອງທັບ ​ແລະ ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ຂອງ​ຫວຽດນາມ​ ​ແລະ 3 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເນັ້ນໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ຂອງຫວຽດນາມ​ ​ແລະ 3 ປະ​ເທດຕ້ອງ​ສົມທົບກັນ, ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ແຮກສ່ຽວ​ລະຫວ່າງ​ບັນດາ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ​ແລະ ປຊຊ ​ໃນ​ທົ່ວ​ເຂດ​ຊາຍ​ແດນ; ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ລະຫວ່າງ​ບັນດາ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ, ສ້າງ​ແຜນການ​ສົມທົບ​ກັນລາດ​ຕາ​ເວັນ​ລວມ, ຕັ້ງໜ້າ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ​ປະ​ເພດ​ຕ່າງໆ​ໃນ​ບໍລິ​ເວນ​ເຂດ​ຊາຍ​ແດນ​ຢ່າງ​ມີ​ປະສິດທິ​ຜົນ.

   ລາຍການ​ພົບປະ​ແລກປ່ຽນ​ພິ​ເສດ “​ເສັ້ນຊາຍ​ແດນ​ແຫ່ງ​ນ້ຳ​ໃຈ​ມິດ​ຕະພາບ“ ​​ໂດຍ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ສົມທົບກັບ​ໂທລະພາບ​ແຫ່ງ​ຊາດ​ຫວຽດນາມ ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 1/3 ຢູ່​ຮ່າ​ໂນ້ຍ ​ເນື່ອງ​ໃນ​ໂອກາ​ດສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ທະຫານ​ປ້ອງ​ກັນຊາ​ຍ​ແດນ (3/3/1959-3/3/2014) ​ແລະ 25 ປີ​ແຫ່ງ​ວັນ​ປ້ອງ​ກັນຊາ​ຍ​ແດນ​ທົ່ວ​ປວງ​ຊົນ (3/3/1989-3/3/2014)./.


ຂ່າວ/ບົດ​ອື່ນ