ຫວຽດນາມ-ສ.ເກົາຫຼີຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ

(VOVWORLD) -ຕອນເຊົ້າວັນທີ 09 ມີນາ, ຢູ່ນະຄອນ ດົ່ງເຮ້ຍ, ແຂວງກວາງບິ່ງ, ອົງການປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະ ທາດພິດເຄມີຫຼັງສົງຄາມຢູ່ຫວຽດນາມ

ຫວຽດນາມ-ສ.ເກົາຫຼີຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ - ảnh 1 ຫວຽດນາມ-ສ.ເກົາຫຼີຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ

(ພາບ: TTXVN)

ໄດ້ສົມທົບກັບອົງການຮ່ວມມືສາກົນສ.ເກົາຫຼີ (KOICA) ແລະ ໂຄງການພັດທະນາສະຫະປະຊາຊາດ (UNDP) ໄດ້ຈັດຕັ້ງພິທີເລີ່ມເຄື່ອນໄຫວໂຄງການ “ຫວຽດນາມ - ສ.ເກົາຫຼີ ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ”.

        ໂຄງການໄດ້ຮັບການຜັນຂະຫຍາຍຢູ່ 2 ແຂວງກວາງບິ່ງ ແລະ ບິ່ງດິ້ງ, ໃນໄລຍະນັບແຕ່ປີ 2018 ຮອດເດືອນ ທັນວາ 2020. ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍແມ່ນເພື່ອແນໃສ່ລົບລ້າງຜົນກະທົບຂອງລະເບີດບໍ່ທັນແຕກຫຼັງສົງຄາມຢ່າງເຖິງຖອງ; ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນໃນການອອກແຮງງານທຳການຜະລິດ ແລະ ການດຳລົງຊີວິດປະຈຳວັນ, ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ. ຜ່ານນັ້ນ, ຍົກສູງກຳລັງຄວາມສາມາດໃນການຄຸມຄອງ, ບໍລິຫານວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ; ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກຈະໄດ້ຮັບການໜູນຊ່ວຍປົວແປງຄຸນນະພາບຊີວິດ, ຍົກສູງສະຕິປ້ອງກັນ, ຫຼີກລ້ຽງອຸບັດຕິເຫດຈາກລະເບີດໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ