ຫວຽດນາມ-ອິນເດຍຍົກລະດັບການພົວພັນນຳ​ກັນ

ຫວຽດນາມ-ອິນເດຍຍົກລະດັບການພົວພັນນຳ​ກັນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ຍ່າງກວດກອງ​ກຽດ​ຕິ​ຍົດ


(vovworld)- ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 2-3/9/2016. ຕອນ​ເຊົ້າວັນ​ທີ 3/9, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້ດຳ​ເນີນ​ການ​ເຈ​ລະ​ຈາ.

     2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ໜ້າ​ການ​ພັດ​ທະ​ນາຢ່າງ​ກ້​ວາງ​ເລິກ ແລະ ແທດ​ຈິງ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື, ພິ​ເສດ​ແມ່ນ​ນັບ​ແຕ່ 2 ຝ່າຍ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເມື​ອ່​ປີ 2007. ບົນ​ພື້ນ​ຖານນັ້ນ, 2 ຝ່າຍ​ເຫັນ​ດີ​ຍົກ​ລະ​ດັບການ​ພົວ​ພັນ “ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ” ຂຶ້ນ​ເປັນ “​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ”. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ​ໄດ້ຢຶ​ນ​ຢັນ​ຄືນ​ຄ​ວາມ​ຫວັງ ແລະ ຄວາມ​ຕັດ​ສິນ​ໃຈຮ່ວມ​ມືແນ​ໃສ່​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວ​າມ​ໝັ້ນ​ຄົງປອດ​ໄພ ແລະ ເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກບົນ​ພື້ນ​ຖານ​ບັນ​ດາຫຼັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະ​ຕິ​ບັດ​ຕາມ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC),  ກ້າວ​ໄປ​ສູ່​ການ​ສ້າງ​ກົດ​ແຫ່ງ​ການປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.

      ຖັດ​ຈາກນັ້ນ, ໂດຍ​ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi, ຜູ້​ຕ່າງ​ໜ້າ​ບັນ​ດາ​ກະ​ຊວງຂະ​ແໜງ​ການ​ຂອງ 2 ປະ​ເທດ​ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມື 12 ​ສະ​ບັບໃນຫຼາຍ​ຂົງ​ເຂດ. ຫຼັງ​ຈາກນັ້ນ, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້ເຂົ້າ​ຮ່ວມ​ການ​ປະ​ຊຸມ​ກັບ​ນັກ​ຂ່າວ.

ຂ່າວ/ບົດ​ອື່ນ