ຫວຽດນາມ,ອີນເດຍເພີ່ມທະວີການຮ່ວມມືເພື່ອສັນຕິພາບແລະຄວາມວັດທະນາຖາວອນ

ຫວຽດນາມ,ອີນເດຍເພີ່ມທະວີການຮ່ວມມືເພື່ອສັນຕິພາບແລະຄວາມວັດທະນາຖາວອນ - ảnh 1
ຫວຽດນາມ,ອີນເດຍເພີ່ມທະວີການຮ່ວມມື
ເພື່ອສັນຕິພາບແລະຄວາມວັດທະນາຖາວອນ
(ພາບ: Vietnam+)


(vovworld) – ​ໃນ​ຂອບ​ເຂດ​ງານ​ມະ​​ໂຫລານ​ມິດຕະພາບປະຊາຊົນ​ຫວຽດນາມ - ອີ​ນ​ເດຍຄັ້ງ​ທີ 7, ຕອນ​ເຊົ້າ​ວັນ​ທີ 31/10, ຢູ່​ນະຄ​ອນ Tumkur, ລັດ Karnataka ຂອງ​ອີນ​ເດຍ ​ໄດ້​ດຳ​ເນີນ​ງານ​ພົບປະ​ແລກປ່ຽນສິລະ​ປະລະ​ຫວ່າງ​ຄະນະ​ຜູ້​ແທນ​ປະຊາຊົນ​ຫວຽດນາມ ​ແລະ ການ​ນຳ​ສະພາ​, ອົງການ​ນິຕິ​ບັນຍັດ​ນະຄອນ ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ອົງການ​ການ​ເມືອງ, ສັງຄົມ​ຢູ່​ທີ່​ນີ້.  ງານ​ມະ​ໂຫລານ​ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 43 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ​ແລະ ອີນ​ເດຍ. ທີ່​ງານ​ມະ​​ໂຫລານ, ບັນດາ​ຜູ້​​ແທນ​ໄດ້​ຢືນຢັນນ້ຳ​ໃຈ​ມັກ​ຄີ, ມິດຕະພາບ, ອັນ​ສະ​ໜິດ​ຕິດພັນ​ຢ່າງແໜ້ນ​ແຟ້ນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ. ຫວຽດນາມ ​ແລະ ອີ​ນ​ເດຍ ມີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້​ອ ​ແລະ ປອງດອງ​ກັນແຕ່​ດົນ​ນານ, ປະຊາຊົນ 2 ປະ​ເທດ​ມີ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ຕໍ່ສູ້​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮ​ານ.

      ​ແລະ​ຕອນ​ຄໍ່າ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ປະຊາຊົນ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ, ​ແລກປ່ຽນກັບ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມື​ອງ - ສັງຄົມ​ຂອງ​ອີນ​ເດຍ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ພົບ​ປະ ​ໄດ້​​ແບ່ງປັນ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ຫວຽດນາມ ​ໃນ​ປະຈຸ​ບັນ, ​ໃນ​ນັ້ນ​ມີ​ບັນດາ​ຂົງ​ເຂດ​ຄື ການ​ສຶກສາ, ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ, ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ຜູ້​​ແທນ​ທັງ​ໝົດ​ລ້ວນ​ແຕ່​ຢືນຢັນ​ວ່າ, ຈະ​ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ