ຫວຽດນາມ-ອີຢູແບ່ງປັນບົດຮຽນຮັບປະກັນສິດທິມະນຸດ

ຫວຽດນາມ-ອີຢູແບ່ງປັນບົດຮຽນຮັບປະກັນສິດທິມະນຸດ - ảnh 1
ກອງປະຊຸມສຳມະນາໃນວັນທີ 3/10

(vovworld) – ​ ວັນ​ທີ 3/10, ຢູ່​ນະຄອນ ​ເກີນ​ເທີ, ຫ້ອງ​ການ​ປະຈຳ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ ລັດຖະບານ ​ແລ​ະ ຄະນະ​ປະຕິບ​ັດງານ​ສະຫະພາບ ​ເອີ​ລົບ (ອີ​ຢູ) ປະຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “​ແບ່ງປັນ​ບົດຮຽນ ຫວຽດນາມ - ສະຫະພາບ ​ເອີ​ລົບ ກ່ຽວ​ກັບ​ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ການ​ປະຕິບັດ​ສົນທິສັນຍາ​ວ່າ​ດ້ວຍ​ການ​ຕ້ານ​ການ​ທໍລະມານ (UNCAT)”. ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ຍົກ​ສູງຄວາມ​ຮັບ​ຮູ​້​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ລະຫວ່າງ ອີ​ຢູ ​- ຫວຽດນາມ ​ໃນ​ຂອບ​ເຂດສົນທິສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ ອີ​ຢູ - ຫວຽດນາມ ​ໃຫ້​ແກ່​ບັນດາ​ພະນັກງານ​ຂຶ້ນ​ກັບ​ບັນດາ​ອົງການຫຼັກ​ແຫຼ່ງຂອງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​​ເຊິ່ງປະຕິບັດ​ວຽກ​ງານ​ກ່ຽວ​ກັບ​ສິດທິ​ມະນຸດ​ ​ແລະ ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ໃນ​ການ​ພົວພັນ ຫວຽດນາມ - ອີ​ຢູ. ນີ້​ກໍ່​​ແມ່ນ​ກາລະ​ໂອກາດ​ເພື່ອ​ແລກປ່ຽນ​ບົດຮຽນ​ຂອງ​ສະຫະພາບ​ເອີ​ລົບ ​ໃນ​ການ​ປະຕິບັດ​ສົນທິສັນຍາ​ວ່າ​ດ້ວຍ​ການ​ຕ້ານ​ການ​ທໍລະມານ ​ສຳລັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ ຫວຽດນາມ, ພ້ອມ​ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້ ຫວຽດນາມ ຊອກ​ຮູ້​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສົນ​ໃຈ​ໃນ​ວິວັດທະນາ​ການ​ແລກປ່ຽນ​ທັກ​ສະທີ່​ກ່ຽວຂ້ອງ​ເຖິງ​ການ​ປະຕິບັດ​ສົນທິສັນຍາ​ນີ້.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຊ່ຽວຊານ​ກ່ຽວ​ກັບສິດທິ​ມະນຸດ​ຂອງ ຫວຽດນາມ ​ໄດ້​ສະ​ເໜີ​ສະພາບ​ລວມ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ ຫວຽດນາມ​ ​ໃນ​ການ​ປະຕິບັດ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດ​ທິມະນຸດ​​ເຊິ່ງ ຫວຽດນາມ ​ເປັນ​ສະມາ​ຊິກ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ວ່າ​ດ້ວຍ​ການ​ຕ້ານ​ການ​ທໍລະມານ. ​ໂດຍ​ຕາງໜ້າ​ໃຫ້​ສະຫະພາບ ​ເອີ​ລົບ, ທ່ານ Andreas Kirsch – wood, ສະມາຊິກ​ສະມາຄົມ​ທະນາຍຄວາມ​ສະຫະພັນ ​ເຢຍລະ​ມັນ ​ແລະ ສູນ​ຄົ້ນ​ຄ້ວາ​ກົດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ສາກົນ​ໄດ້ລາຍ​ງານ​ກ່ຽວ​ກັບ​ວິວັດທະນາ​ການ ​ແລະ ບັນດາ​ປັດ​ໄຈ​ຕົ້ນຕໍ​ໃນ​ການ​ນຳ​ສົນທິສັນຍາ​ວ່າ​ດ້ວຍ​ການ​ຕ້ານ​ການ​ທໍລະມານເຂົ້າ​ປະຕິບັດ​​ໃນ​ລະດັບ​ຊາດ ​ແລະ ພາກ​ພື້ນ​ກໍ່​ຄື​ບັນດາ​ແງ່​ມູມ​ຕົ້ນ​ຕໍ​ຂອງ​ການ​ປະຕິບັດ​ສົນທິສັນຍາ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ