ຫວຽດນາມອວຍພອນ60ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ຫວຽດນາມອວຍພອນ60ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽ​ນ​ແມ້ງ​ຮ​ູ່ງ ອວຍ​ພອນ
ທ່ານ ກິ​ແກ​້ວ ໄຂ​ຄຳ​ພິ​ທ​ູນ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

(vovworld) – ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ (22/3/1955 – 22/3/2015), ຕອນ​ເຊົ້າ​ວັນ​ທີ 20/3, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ ຫງວຽນ​ແມ້ງ​ຮ​ູ່ງ ໄດ້​ໄປ​ອວຍ​ພອນ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ມອບ​​ສານອວຍ​ພອນ ແລະ ຊໍ່​ດອກ​ໄມ້ ຂອງ​​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ເຖິງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ລາວ ຈູມ​ມາ​ລີ ໄຊ​ຍະ​ສອນ ແລະ ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ, ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແມ້ງ​ຮ​ູ່ງ, ອວຍ​ພອນ​ບັນ​ດາ​ໄຊ​ຊະ​ນະ​ເຊິ່ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ຍາດ​ໄດ້​ໃນ​ຕະຫຼອດ 60 ປີ​ຜ່ານ​ມາ ກໍ່​ຄື​ບັນ​ດາ​ຜົນ​ງານ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ, ຫວັງ​ວ່າ 2 ປະ​ເທດ​ມີ​ບັນ​ດາບ​າດ​ກ້າວ​ພັດ​ທະ​ນາ​ໃໝ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 20/3, ທີ່​ຫໍ​ພິ​ພິດ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ໄດ້​ດຳ​ເນີນ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງສ້າງ​ຕັ້ງວັນ​ພັກ​ປະ​ຊາ​ຊົນປະ​ຕິ​ວັດ ລາວ (22/3/ 1955 – 22/3/2015). ງານ​ວາງ​ສະ​ແດງ​ແນະ​ນຳ​ກ່​ວາ 310 ວັດ​ຖຸ​ພັນ, ຮູບ​ຖ່າຍ, ເອ​ກະ​ສານ​ທີ່​ມີ​ຄ່າ​ສ່ອງ​ແສງວິ​ວັດ​ການ​ສ້າງ​ຕັ້ງ, ເຕີບ​ໃຫຍ່ ແລະ ພັດ​ທະ​ນາ​ຂ​ອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ຜ່ານ​ໄລ​ຍະ​ຕ່າງໆ. ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ຂອງ​ພັກ​ໃນ​ຊຸມ​ປ​ີ​ປ່ຽນ​ໃໝ່​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ.

ກະ​ຊວງ​ການຕ່າງ​ປະ​ເທດ​ຫວຽດ​ນາມອວຍ​ພອນ60ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ແລະ​ກໍ​ໃນວັນດຽວ​ກັນ, ຄະ​ນະ​ຜູ້​ແທນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໂດຍ​ທ່ານ ດັ້ງ​ມີງ​ຄອຍ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ນຳ​ຫນ້າ ໄດ້​ມາ​ອວຍ​ພອນ​ສະ​ຖານ​ທູດ ລາວ ຢູ່ ຮ່າ​ໂນ້ຍ. ທີ່​ການ​ພົບ​ປະ, ທ່ານ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ດັ້ງ​ມີ​ຄອຍ ຢືນ​ຢັນ: ພັກ, ລັດ, ປະ​ຊາ​ຊົນ ຫວຽດ​ນາມ ເວົ້າ​ລ​ວມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ເວົ້າ​ສະ​ເພາະ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ສະ​ຫງວນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ເຂົ້າ​ໃນການ​ປັບ​ປຸງ, ເພີ່ມ​ພູນ​ຄູນ​ສ້າງໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ, ​ຄວາມສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ ແລະ​ລາວ ນັບ​ມື້​ນັບ​ແຫນ້ນ​ແຟ້ນ. ທ່ານ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເນັ້ນຫນັກ​ວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຈະ​ສ​ືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ແລະ ສະ​ຖານ​ທູດ ລາວ​ປະ​ຈຳ ຫວຽດ​ນາມ ໃນ​ການ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້​ອງ​ຖິ່ນ​ສອງ​ປະ​ເທດ ຍູ້​ແຮງ​ການ​ຜັນ​ຂ​ະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ ແລະ ບັນ​ດາ​ສັນ​ຍາ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.


ຂ່າວ/ບົດ​ອື່ນ