ຫວຽດນາມຮັບປະກັນການຊຳລະໜີ້ສາທາລະນະ

ຫວຽດນາມຮັບປະກັນການຊຳລະໜີ້ສາທາລະນະ - ảnh 1
(ພາບປະກອບ)

(vovworld) - ​ເຖິງວ່າໜີ້​ສາທາລະນະ​​ໃກ້ຈະຂຶ້ນ​ເຖິງ​ລະດັບ​ເພດານ​ແລ້ວກໍ່ຕາມ ​ແຕ່ບັນດາ​ນັກ​ຊ່ຽວຊານດ້ານ​ເສດຖະກິດພັດ​ຖື​ວ່າ: ຫວຽດນາມ ມີ​ຄວາມ​ສາມາດຢ່າງ​ພຽງພໍ​ເພື່ອ​ຊຳລະໜີ້​ສາທາລະນະ 100% ​ໃນ​ປະຈຸ​ບັນ​ໄດ້. ​ບົດ​ລາຍ​ງານ​ຂອງ​ທະນາຄານ​ໂລກ​ ຄາ​ດຄະ​ເນ​ວ່າ ດ້ວຍ​ລະດັບ​ໜີ້ສາທາລະນະ​ໃນ​ປະຈຸ​ບັນ​ແມ່ນ 62,5% ປີ 2016 ໜີ້​ສາທາລະນະ​ຂອງ ຫວຽດນາມ ອາດ​ຈະ​ເພີ່ມ​ຂຶ້ນ​ລະດັບ 63,8%; ປີ 2017 ​ເພີ່ມ​ຂຶ້ນ 64,4% ​ແລະ ປີ 2018 ສາມາດ​ຢູ່​ໃນ​ລະດັບ 64,7%. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ບ້ວງ​ໜີ້​ສາທາລະນະ​ຢູ່ ຫວຽດນາມ, ບັນດາ​ນັກ​ຊ່ຽວຊານ​ດ້ານເສດຖະກິດ​ຖື​ວ່າ: ບັນດາ​ບ້ວງໜີ້ນີ້ ສ່ວນ​ຫລາຍ​ແມ່ນກູ້​ຢືມ​​ໄລຍະ​ສັ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ດ້ວຍ​ລະດັບ​ໜີ້​ສາທາລະນະ​ປະມານ 62% GDP ນັ້ນ ມັນ​ຈະ​ບໍ່ກໍ່​ຄວາມ​ຫຍຸ້ງຍາກ​ຫລາຍ​ໃຫ້​ແກ່​ການ​ຊຳລະ​ໜີ້. ​ນັກ​ຊ່ຽວຊານ​ດ້ານເສດຖະກິດ ຫວູດີງ​ແອ໋ງ ​ໃຫ້​ຮູ້​ວ່າ:

        “ຫວຽດນາມ ຍັງ​ມີ​ຄວາມ​ສາມາດຊຳລະ​ບັນດາ​ບ້ວງ​ໜີ້​ຢ່າງ​ຄົບ​ຖ້ວນ, ນັບທັງຕົ້ນໜີ້​ກໍ່​ຄື​ໜີ້​ເຖິງ​ຢ່າງ​ໃດ​ກໍ່ຕາມ ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່, ທີ​ໜຶ່ງ​ແມ່ນ ການ​​ໃຊ້​ໜີ້​ຈະ​ມີທ່າ​ອ່ຽງ​ເພີ່ມ​ຂຶ້ນ ​ໃຊ້​ໜີ້​ຕົ້ນ​ທຶນ ​ແລະ ດອກ​ເບ້ຍ ​ໃຫ້​ບ້ວງ​ໜີ້​ທີ່​ຮອດ​ເວລາ​ກຳນົດ​ແລ້ວ. ດັ່ງ​ນັ້ນ ພວກ​ເຮົາ​ຕ້ອງສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ພິ​ເສດ​ແມ່ນກ່ຽວຂ້ອງ​ເຖິງ​ການ​ປະຢັດ​ລາຍ​ຈ່າຍ​​​ປະຈຳ, ຕິດ​ພັນ​ກັບ​ການ​ປະຕິ​ຮູບ​ລະ​ບຽບການ​ບໍລິຫານ. ພ້ອມ​ກັນ​ນັ້ນ ພວກ​ເຮົາ​ຍັງ​ຕ້ອງ​ປະຕິບັດ​ໜ້າ​ທີ່​ ​ຄຸ້ມ​ຄອງ​ ຈຳນວນ​ເງິນ​ທີ່​ສະຫງວນ​ໃຫ້​ແກ່​ການລົງທຶນ​ຢ່າງມີ​ປະສິດທິ​ຜົນ​ກ່ວາ”

ຂ່າວ/ບົດ​ອື່ນ