ຫວຽດນາມຮັບປະກັນສິດຜົນປະໂຫຍດໃຫ້ແກ່ບັນດາລູກເຮືອຖືກຫາຍສາບສູນຢູ່ ຂົ້ວໂລກໄຕ້

ຫວຽດນາມຮັບປະກັນສິດຜົນປະໂຫຍດໃຫ້ແກ່ບັນດາລູກເຮືອຖືກຫາຍສາບສູນຢູ່ ຂົ້ວໂລກໄຕ້ - ảnh 1
ຄອບຄົວ​​ລູກ​ເຮືອ​ໃນ​ເຮືອ​ຫາ​ປາ Jeong Woo 2 ຖືກ​ຫາຍ​ສາບ​ສູນ

    ກົມ​ຄຸ້ມ​ຄອງ​ແຮງ​ງານ​ຢູ່​ຕ່າງປະ​ເທດ ສັງກັດ​ກະຊວງ​ແຮງ​ງານ-​ທະຫານເສຍອົງຄະ ແລະ ສັງຄົມ​ຫວຽດນາມ ຫາ​ກໍ​ມີ​ບົດ​ແນະນຳ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຈັດ​ສົ່ງ​ລູກ​ເຮືອ​ຫວຽດນາມ​ໄປ​ເຮັດ​ວຽກ​ຢູ່​ສ.​ເກົ່າ​ຫຼີຊຶ່ງ​ຖືກ​ປະສົບ​ເຄາະ​ຮ້າຍ​ຢູ່ ຂົ້ວໂລກໄຕ້ ຈົ່ງ​ຜັນ​ຂະຫຍາຍ​ວິທີ​ການ​ແກ້​ໄຂ​ຈຳນວນ​ໜຶ່ງ​ເພື່ອ​ແນ​ໃສ່​ຮັບປະກັນ​ຊີ​ວິ​ດອີນຊີ, ​ສ້າງ​ເປັນ​​ປົກ​ກະຕິ​ດ້ານ​ຈິດຕະສາດ, ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ. ບໍລິສັດ​ຫຸ້ນ​ສ່ວນ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ບໍລິ​ສັດ​ໃຫຍ່​ກໍ່ສ້າງ​ຄົມມະນາຄົມ​ເລກ 1 ຊຶ່ງ​ແມ່ນ 2 ຫົວໜ່ວຍ​ຈັດ​ສົ່ງ​ແຮງ​ງານ​ຫວຽດນາມ​ໄປ​ເຮັດ​ວຽກ​​ໃນ​ເຮືອ​ຫາ​ປາ Jeong Woo 2 ທີ່​ຂຶ້ນ​ກັບ​ບໍລິສັດ Sunwoo ຂອງ​ສ.​ເກົ່າ​ຫຼີ. ຕາມ 2 ບໍລິສັດ​ດັ່ງ​ກ່າວ​ແລ້ວ, ລູກ​ເຮືອ 23 ຄົນ ຂອງຫວຽດນາມ​ທີ່​ເຮັດ​ວຽກ​ໃນ​ເຮືອ​ດັ່ງກ່າວ ລ້ວນ​ແຕ່​ຊື້​ປະກັນ​ໄພ ລະດັບ​ສູງ​ສຸດ. ກໍລະນີ ຜູ້​ອອກ​ແຮງງານ​ຖືກ​ຫາຍ​ສາບ​ສູນ ຫຼື​ຖືກ​ເສຍ​ຊີວິດ ​ແມ່ນ​ຈະ​ຮັບ​ເງິນ​ທົດ​ແທນ​ຄວາມ​ເສຍ​ຫາຍ​ເປັນ​ຈຳນວນ​ 16.000 USD , ຖ້າ​ຫາກ​ໄດ້​ຮັບ​ບາດ​ເຈັບ​ນັ້ນ, ກໍ​ຈະ​ໄດ້​ຮັບ​ເງິນ ທົດ​ແທນ​ຄວາມ​ເສຍ​ຫາຍ​ໂດຍ​ອີງ​ຕາມ​ລະດັບ​ເບົາຫຼື​ໜັກ. ປະຈຸ​ບັນ ທັງ 2 ບໍລິສັດ ​ໄດ້​ເຮັດ​ລະບຽບ​ການ​ກັບ​ບໍລິສັດ​ປະກັນ​ໄພ ​ເພື່ອ​ໃຫ້​ຄອບຄົວ​ບັນດາ​ລູກ​ເຮືອ​ຖືກ​ຫາຍ​ສາບ​ສູນ, ຫຼື​ຮັບ​ບາດ​ເຈັບ​ຮັບ​ເງິນທົດ​ແທນ​ຄວາມ​ເສຍ​ຫາຍ​ໄດ​ຍ​ໄວ.

 

   

ຂ່າວ/ບົດ​ອື່ນ