ຫວຽດ​ນາມ​ຮຽກ​ຮ້ອງ​ ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ສ້າງ​ສັນ​ຕິ​ພາບຢູ່​ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ວັນທີ 27 ກໍລະກົດສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍຕາມຮູບການ Arria ກ່ຽວກັບເນື້ອໃນ ແມ່ຍິງ ແລະ ວິວັດແຫ່ງການສ້າງສັນຕິພາບຢູ່ອາບກະນິດສະຖານຮັບປະກັນການເຂົ້າຮ່ວມຂອງແມ່ຍິງ ແລະຊຸກຍູ້ສິດທິຂອງເຂົາເຈົ້າໂດຍເຢຍລະມັນອິນໂດເນເຊຍລາຊະອານາຈັກອັງກິດ ແລະ ອາບການິດສະຖານຮ່ວມກັນຈັດຕັ້ງ.
ຫວຽດ​ນາມ​ຮຽກ​ຮ້ອງ​ ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ສ້າງ​ສັນ​ຕິ​ພາບຢູ່​ອາບ​ກາ​ນິດ​ສະ​ຖານ - ảnh 1ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: TTXVN) 

ກອງປະຊຸມຕາມຮູບການ Arria ແມ່ນຮູບການກອງປະຊຸມບໍ່ເປັນທາງການຂອງສະພາຄວາມໝັ້ນຄົງ ສປຊ ເພື່ອແນໃສ່ແລກປ່ຽນໃນວົງກ້ວາງກັບບັນດາປະເທດສະມາຊິກ ສປຊ, ບັນດາອົງການຈັດຕັ້ງສາກົນ/ສ່ວນບຸກຄົນເຄື່ອນໄຫວໃນຫຼາຍຂົງເຂດທີ່ກ່ຽວຂ້ອງ.

ໃນບົດກ່າວປາໄສຂອງຕົນ, ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມສະໜັບສະໜູນຕໍ່ວິວັດແຫງ່ການສ້າງສັນຕິພາບໂດຍຊາວ ອາບການິດສະຖານນຳໜ້າ ແລະ ເປັນເຈົ້າການ, ທ່ານກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ຜັນຂະຫຍາຍມະຕິເລກທີ 2513 ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການສະໜັບສະໜູນຂໍ້ຕົກລົງສ້າງສັນຕິພາບ ໃນວັນທີ 29 ກຸມພາ 2020, ແບ່ງປັນບັນດາສິ່ງທ້າທາຍເຊິ່ງ ແມ່ຍິງ ແລະ ເດັກນ້ອຍຍິງພວມປະເຊີນໜ້າ ແລະ ຄວາມຈຳເປັນຕ້ອງແກ້ໄຂບັນດາບັນຫາ ສິ່ງທ້າທາຍນີ້, ພິເສດແມ່ນຊຸກຍູ້ການສ້າງສັນຕິພາບແບບຍືນຍົງ ແລະ ພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ