ຫວຽດນາມຮຽກຮ້ອງຊຸກຍູ້ການເຈລະຈາບັນດາບັນຫາສິດທິມະນຸດ

ຫວຽດນາມຮຽກຮ້ອງຊຸກຍູ້ການເຈລະຈາບັນດາບັນຫາສິດທິມະນຸດ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 16/3, ທີ່​ສຳນັກງານ​ສະຫະ​ປະຊາ​ຊາດ​ຢູ່ ​ເຊີ​ແນວ, ປະ​ເທດ ສະ​ວິດ, ສະພາ​ສິດທິ​ມະນຸດ ສປຊ ​ໄດ້​ໄຂ​ສັບປະດາ​ເຮັດ​ວຽກ​ທີ 3 ຂອງ​ກອງ​ປະຊຸມ​ສາມັນ​ຄັ້ງ​ທີ 28 ດ້ວຍ​ເລື່ອງ​ຈັດ​ຕັ້ງ​ບັນດາ​ການ​ເຈລະຈາ ກ່ຽວ​ກັບ​ສະພາບ​ສິດທິ​ມະນຸ​ດຢູ່​ບາງ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ ຫງວຽນ​ຈຸ​ງ​ແທ່ງ, ຫົວໜ້າ​ຄະນະ​ປະຕິບັດ​ງານ ຫວຽດນາມ ປະຈຳ ສປຊ, ​ໄດ້​ມີ​ບົດ​ປາ​ໄສ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່​ບາງ​​ແຫ່ງ​ໃນ​ໂລກ, ຮຽກຮ້ອງ​ຊຸກຍູ້​ການ​ເຈລະຈາ ​ແລະ ການ​ຮ່ວມມື​ແທດ​ຈິງ​ໃນ​ຂົງ​ເຂດ​​ຮັກສາ​ສິດທິ​ມະນຸດ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈຸ​ງ​ແທ່ງ ຢືນຢັນ​ວ່າ ຫວຽດນາມ ​ສະ​ໜັບສະໜູນ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ມານະ​ພະຍາຍາມ​ເຈລະຈາ ​ແລະ ຮ່ວມ​ມື​ສ້າງສັນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາທີ່ຍັງ​ຄົງຄ້າງ, ​ແທນ​ທີ່​ຫັນ​ເປັນ​ການ​ເມືອງ, ກໍ່​ຄວາມດັນ​ບໍ່​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.

        ສະພາ​ສິດທິ​ມະນຸດ ຈະ​ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຢູ່​ບາງ​​ແຫ່ງໃນ​ໂລກ ​ແລະ ກ່ວາ 30 ບັນຫາ​ຫວົ​ເລື່ອງ​ສະ​ເພາະ​ອື່ນໆ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງ​ທີ 28, ​ເຊິ່ງຈະ​ອັດ​ລົງ​ໃນ​ວັນ​ທີ 27/3/2015.


ຂ່າວ/ບົດ​ອື່ນ