ຫວຽດນາມ​ຮຽກຮ້ອງ​ບັນດາ​ປະ​ເທດ​ບໍ່​ຮ່ວມ​ກຸ່ມ ສາມັກ​ຄີ​ກັນຍາ​ດ​ເອົາ​ຊະນະ​ຈາກ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -       ໂດຍໄດ້ຮັບຄໍາເຊີນຂອງທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ Ilham Aliyev, ປະທານ ຂະບວນການບໍ່ຮ່ວມກຸ່ມ, ຕອນຄໍ່າວັນທີ 04 ພຶດສະພາ ຕາມເວລາຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍຂອງຂະບວນການບໍ່ຮ່ວມກຸ່ມ ດ້ວຍຫົວຂໍ້ “ສາມັກຄີກັນຮັບມືກັບໂລກລະບາດໂຄວິດ - 19”.
ຫວຽດນາມ​ຮຽກຮ້ອງ​ບັນດາ​ປະ​ເທດ​ບໍ່​ຮ່ວມ​ກຸ່ມ ສາມັກ​ຄີ​ກັນຍາ​ດ​ເອົາ​ຊະນະ​ຈາກ​ໂລກລະບາດ​ໂຄ​ວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍຂອງຂະບວນການບໍ່ຮ່ວມກຸ່ມ  (ພາບ:VGP)

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ຄວາມສ່ຽງຈາກໂລກລະບາດໂຄວິດ - 19 ແມ່ນໃຫຍ່ຫຼວງ ແບບບໍ່ເຄີຍມີມາກ່ອນ, ອັນໄດ້ຮຽກຮ້ອງໃຫ້ບັນດາປະເທດຕ້ອງເພີ່ມທະວີຄວາມສາມັກຄີ, ຫັນຄວາມສ່ຽງເປັນກາລະໂອກາດ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ເອົາຊະນະໂລກລະບາດ ແລະ ສືບຕໍ່ບືນຕົວຂຶ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ໃນໄລຍະຈະມາເຖິງ ຂະບວນການບໍ່ຮ່ວມກຸ່ມ ຕ້ອງສືບຕໍ່ສະໜັບສະໜູນການເພ່ີມທະວີລັດທິຫຼາຍຝ່າຍ, ຄວາມສາມັກຄີ ແລະ ຢຶດໝັ້ນປະຕິບັດບັນດາຄໍາໝັ້ນສັນຍາຫຼາຍຝ່າຍທີ່ເປັນແກ່ນສານ; ສືບຕໍ່ສວມບົດບາດເປັນຜູ້ພາທາງໃນການຊຸກຍູ້ການເຄົາລົບກົດໝາຍ ແລະ ຫັນການພົວພັນສາກົນເປັນປະຊາທິປະໄຕ, ຄັດຄ້ານບັນດາການກະທໍາທາງການເມືອງແຜ່ອໍານາດບາດໃຫຍ່ ແລະ ຊຸກຍູ້ການຍົກເລີກບັນດາມາດຕະການລົງໂທດ, ຂວໍ້າບາດຕາມລໍາພັງຝ່າຍດຽວ, ຕອບສະໜອງຄໍາຮຽກຮ້ອງຢຸດຍິງທົ່ວໂລກຂອງທ່ານເລຂາທິການໃຫຍ່ ສປຊ ເພື່ອຮັກສາສະພາບແວດລ້ອມສາກົນແຫ່ງສັນຕິພາບ, ສະຖຽນລະພາບ. ທ່ານກ່າວວ່າ:

        “ ໂດຍເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ ແລະ ກໍາລັງເປັນເຈົ້າພາບຈັດຕັ້ງຫຼາຍກອງປະຊຸມປຶກສາຫາລື, ແບ່ງປັນປະສົບການ, ຊຸກຍູ້ການຮ່ວມມືໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດພາຍໃນກຸ່ມ ອາຊຽນ ແລະ ບັນດາຄູ່ຮ່ວມມືສາກົນ. ໂດຍເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ຕັ້ງໜ້າຮ່ວມມືກັບ ອົງການອະນາໄມໂລກ, ເວທີປາໄສ ສປຊ ແລະ ຫຼາຍເວທີປາໄສຫຼາຍຝ່າຍອື່ນໆ. ເຖິງວ່າຄວາມສາມາດກໍມີຄວາມຈໍາກັດກໍຕາມ, ແຕ່ຫວຽດນາມ ກໍໄດ້ແບ່ງປັນບົດຮຽນ ແລະ ໜູນຊ່ວຍອຸປະກອນການແພດທີ່ຈໍາເປັນໃຫ້ຫຼາຍປະເທດທີ່ຖືກຜົນສະທ້ອນຈາກໂລກລະບາດ ແລະ ປະກອບສ່ວນດ້ານການເງິນໃຫ້ກອງທຶນຮັບມືກັບໂລກລະບາດໂຄວິດ - 19 ຂອງ ສປຊ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະ ໃຫ້ການໜູນຊ່ວຍບົນເນື້ອໃນຈິດໃຈເພື່ອນມິດສະຫາຍໃນຂະບວນການບໍ່ຮ່ວມກຸ່ມຂອງພວກເຮົາ”.

        ສິ້ນສຸດກອງປະຊຸມ, ບັນດາປະເທດສະມາຊິກ ຂະບວນການບໍ່ຮ່ວມກຸ່ມໄດ້ຮັບຮອງເອົາ ຖະແຫຼງການຮ່ວມ ດ້ວຍເນື້ອໃນຕົ້ນຕໍແມ່ນ ສະແດງຄວາມສະໜັບສະໜູນຂອງຂະບວນການ ສໍາລັບ ລັດທິຫຼາຍຝ່າຍ, ບົດບາດຂອງບັນດາອົງການຈັດຕັ້ງສາກົນເວ້ົາລວມ ແລະ ສປຊ, ອົງການອະນາໄມໂລກ ເວົ້າສະເພາະ, ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ, ກ່າວປະນາມ ແລະ ຮຽກຮ້ອງລົບລ້າງບັນດາການກະທໍາຂວໍ້າບາດຕາມລໍາພັງພຽງຝ່າຍດຽວທີ່ລະເມີດກົດບັດ ສປຊ ແລະ ກົດໝາຍສາກົນ ແນໃສ່ສະມາຊິກຈໍານວນໜຶ່ງຂອງຂະບວນການບໍ່ຮ່ວມກຸ່ມ, ພ້ອມທັງເຫັນດີສ້າງຕັ້ງກຸ່ມສະເພາະກິດ ບໍ່ຮ່ວມກຸ່ມ ເພື່ອສ້າງຖານຂໍ້ມູນຂ່າວສານລວມຂອງບັນດາບັນດາປະເທດສະມາຊິກໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ.

ນັກຂ່າວ ຫວູຢຸງ


 

ຕອບກັບ

ຂ່າວ/ບົດ​ອື່ນ