ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ ຕີ​ລາ​ຄາ​ຄືນ​ໃໝ່​ກົນ​ໄກ​ລົງ​ໂທດ ຊູ​ດັງ​ໃຕ້

(VOVWORLD) -ວັນທີ 4 ມີນາ, ທີ່ສຳນັກງານ ສປຊ ຢູ່ ນິວຢອກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມຮັບຟັງບົດລາຍງານກ່ຽວກັບຊູດັງໃຕ້ ແລະ ການເຄື່ອນໄຫວ ຂອງ ຄະນະປະຕິບັດງານ ຮັກສາສັນຕິພາບ ສປຊ ຢູ່ປະເທດນີ້ (UNMISS).
ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ ຕີ​ລາ​ຄາ​ຄືນ​ໃໝ່​ກົນ​ໄກ​ລົງ​ໂທດ ຊູ​ດັງ​ໃຕ້ - ảnh 1ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ 

ຕາມການຕີລາຄາຂອງ ບັນດານັກລາຍງານ, ສະພາບການຢູ່ ຊູດັງໃຕ້ມີຄວາມຄືບໜ້າທີ່ຕັ້ງໜ້າຫຼາຍຢ່າງ, ພິເສດແມ່ນການຕັດສິນສ້າງຕັ້ງລັດຖະບານປ່ຽນຜ່ານຕໍ່ໃນວັນທີ 22 ກຸມພາ ເຊິ່ງ ສະແດງໃຫ້ເຫັນການປະນີປະນອມ, ຄຳໝັ້ນສັນຍາດ້ານການເມືອງ ແລະ ຕັດສິນໃຈມີການກະທຳເພື່ອຜົນປະໂຫຍດຂອງປະເທດຊາດ ຂອງບັນດາການນຳຊູດັງໃຕ້. ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງການສະໜັບສະໜູນເລື່ອງຜັນຂະຫຍາຍຂໍ້ຕົກລົງສັນຕິພາບຢ່າງຄົບຖ້ວນ, ຊົມເຊີຍການຕັດສິນສ້າງລັດຖະບານປ່ຽນຜ່ານ ແລະ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຂໍ້ຕົກລົງຢຸດຍິງ. ບັນດາປະເທດມີຄວາມເອົາໃຈໃສ່ເປັນພິເສດ ແລະ ສະໜັບສະໜູນເລື່ອງປະຊາຄົມສາກົນມີການໜູນຊ່ວຍມະນຸດສະທຳໃຫ້ແກ່ຊູດັງໃຕ້.

        ເຂົ້າຮ່ວມກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງຕໍ່ການສ້າງຕັ້ງລັດຖະບານປ່ຽນຜ່ານຢູ່ ຊູດັງໃຕ້, ທ່ານຖືວ່າ ຖ້າຫາກວ່າມີການຮັກສາຄວາມຕັດສິນໃຈດ້ານການເມືອງນີ້, ບັນດາການນຳ ຊູດັງໃຕ້ ຈະສາມາດແກ້ໄຂບັນດາບັນຫາຍັງຄົງຄ້າງໄດ້. ທ່ານຕີລາຄາສູງການເຄື່ອນໄຫວຂອງ UNMISS ໃນນັ້ນມີການປະກອບສ່ວນຂອງ ກຳລັງຮັກສາສັນຕິພາບຂອງ ຫວຽດນາມ. 

ຟ້າມຮວນ - ນັກຂ່າວ VOV ປະຈຳອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ