ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າ​ຍ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຊອກ​ຫາວິ​ທີ​ການ​ຮອບ​ດ້ານ​ໃຫ້​ແກ່​ປະ​ເທດ ໄຊ​ປ​ຣັດ

(VOVWORLD) -ວັນທີ 20 ກໍລະກົດ ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການ ສ.ໄຊປຣັດ ແລະການເຄື່ອນໄຫວຂອງ ຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ ປະຈຳ ໄຊປຣັດ (UNFICYP). 
ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າ​ຍ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຊອກ​ຫາວິ​ທີ​ການ​ຮອບ​ດ້ານ​ໃຫ້​ແກ່​ປະ​ເທດ ໄຊ​ປ​ຣັດ - ảnh 1ເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ເຂົ້າຮ່ວມກອງປະຊຸມເປີດປະຈຳປີທາງອອນລາຍໃນວັນທີ 17 ກໍລະກົດ 2020 (ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກຂອງ ຊາວໄຊປຣັດ ຍ້ອນຜົນກະທົບຈາກໂລກລະບາດ Covid – 19, ພ້ອມທັງສະແດງຄວາມວິຕົກກັງວົງກ່ຽວກັບສະພາບຈົນຕະແຈໃນການເຈລະຈາ, ສະພາບການລະເມີດຂໍ້ຕົກລົງ ແລະ ບັນດາການຜັນແປຢ່າງສັບສົນໃນພາກພື້ນ. ໃນສະພາບການນີ້, ທ່ານ ເອກອັກຄະລັດຖະທູດໄດ້ຢ້ຳຄືນຫຼັກການສະໜັບສະໜູນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ໄຊປຣັດ, ທ່ານກໍ່ຮຽກຮ້ອງໃຫ້ບັນດາຝ່າຍຊຸກຍູ້ການເຈລະຈາເພື່ອແນໃສ່ຊອກຫາວິທີການຮອບດ້ານໃຫ້ແກ່ບັນຫາໄຊປຣັດບົນພື້ນຖານກົດໝາຍສາກົນ, ກົດບັດສປຊ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ. ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດເປັນໃຈກາງ, ໄກ່ເກ່ຍຂອງ ທ່ານເລຂາທິການໃຫຍ່ ສປຊກໍ່ຄືຂໍ້ສະເໜີໃຫ້ບັນດາຝ່າຍເຄົາລົບຢ່າງຄົບຖ້ວນ ແລະ ສ້າງເງື່ອນໄຂສະດວກໃຫ່ແກ່ບັນດາການເຄື່ອນໄຫວຂອງ UNFICYP.

ຕອບກັບ

ຂ່າວ/ບົດ​ອື່ນ