ຫວຽດນາມຮຽກຮ້ອງໄຕ້ຫວັນ(ຈີນ)ເຄົາລົບອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາແລະເຈື່ອງຊາ

ຫວຽດນາມຮຽກຮ້ອງໄຕ້ຫວັນ(ຈີນ)ເຄົາລົບອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາແລະເຈື່ອງຊາ - ảnh 1
(ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ)

(vovworld) - ວັນ​ທີ 23/03, ໄຕ​້ຫວັນ (ຈີນ) ໄດ​້​ຈັດ​ສົ່ງ​ຈຸ​ນັກ​ຂ່າວໄປ​ຍັງ​ເກາະ ບາ​ບິ່ງ, ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ​ ຂອງ​ຫວຽດ​ນາມ. ຕອ​ບ​ສ​ຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກະ​ລິ​ຍາ​ຂອງ​ຫວຽດ​ນາມ ຕໍ່​ໜ້າ​ການ​ກະ​ທຳ​ດັ່ງ​ກ່າວ, ​ວັນ​ທີ 24/03, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ ຊີ້​ແຈ​້ງວ່າ, ຫວຽດ​ນາມ ມີ​ພະ​ຍານ​ຫຼັກ​ຖານ​ດ້ານ​ກົດ​ໝາຍ ແລະ ຫຼັກ​ຖານ​ດ້ານ​ປະ​ຫວັດ​ສາດ​ຢ່າງ​ພຽງ​ພໍ ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕທີ່ບໍ່​ອາດ​ໂຕະ​ຖຽງ​​ໄດ້ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ທຸກ​ການ​ເຄື່ອນ​ໄຫວ​ຂອງ​ປະ​ເທດ​ຕ່າງ​ປະ​ເທດ​ທີ່​ເຄື່ອນ​ໄຫວ​ຢູ່ 2 ​ໝູ່​ເກາະ​ດັ່ງ​ກ່າວ ຖ້າ​ຫາກບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຂອງ​ຫວຽດ​ນາມ ລ້ວນ​ແຕ່​ຜິດ​ກົດ​ໝາຍ ແລະ ບໍ່​ມີ​ຄຸນ​ຄ່າ. ເລື່ອງ​ຝ່າຍ ໄຕ້​ຫວັນ (ຈີນ) ສົ່ງ​ນັກ​ຂ່າວ​​ໄປ​ຍັງເກາະ ບາ​ບິ່ງ ຂຶ້ນ​ກັບ​ໝູ່​ເກາະ​ ​ເຈື່ອງ​ຊາ ຂອງ​ຫວຽດ​ນາມ ແມ່ນ​ລະ​ເມີດ​ອ​ະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢ່າງ​​ຮ້າຍແຮງ, ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ປິນ​ຂັ້ນ​ໄດ, ບໍ່​ສົ່ງ​ຜົນ​ປະ​ໂຫຍດ​ເຖິງ​ເລື່ອງ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ. ຫວຽດ​ນາມ ເດັດ​ດຽວ​​ຄັດ​ຄ້ານ ແລະ ຮຽກ​ຮ້ອງ ໄຕ້​ຫວັນ (ຈີນ) ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ, ບໍ່​​ຄວນ​ມີ​ກະ​ທຳ​ດ້​ວຍບໍ່​ວ່າ​​ຮູບການ​ໃດໆ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຖືກ​ປິນ​ຂັ້ນ​ໄດ, ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ພ້ອມ​ທັງ​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວ​ມ ເພື່ອ​ແນ​ໃສ່​ຮັກ​ສາ​ສັ​ນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ