ຫວຽດນາ-ມາເລເຊຍຊຸກຍູ້ການພົວພັນ2ຝ່າຍໃນຫລາຍຂົງເຂດ

ຫວຽດນາ-ມາເລເຊຍຊຸກຍູ້ການພົວພັນ2ຝ່າຍໃນຫລາຍຂົງເຂດ - ảnh 1
(ທ່ານ ຟ້າ​ມບິ່ງ​ມິ​ງ ​ພົບ​ປະ​ກັບ​ທ່ານ A-ni-pha A-man)

(vovworld) – ​ ວັນ​ທີ 19/11, ຢູ່ ກົວ​ລາ​ລຳ​ເປີ (ມາ​ເລ​ເຊຍ) , ທ່ານ ຟ້າ​ມບິ່ງ​ມິ​ງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ A-ni-pha A-man ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ມາ​ເລ​ເຊຍ, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ​​ເຊິ່ງຈັດ​ຕັ້ງ​ຢູ່ ມາ​ເລ​ເຊຍ ​ໃນ​ລະຫວ່າງ​ວັນ​ທີ 19 – 22/11/2015. ທີ່​ການ​ພົບ​ປະ, ທ່ານ ຟ້າ​ມບິ່ງ​ມິ​ງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ທ່ານ A-ni-pha A-man ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ມາ​ເລ​ເຊຍ ​ເຫັນ​ດີ​ເປັນ​ເອກະສັນຕໍ່​ບາງ​ມາດ​ຕະການ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ​ແຮງ​ງານ…2 ຝ່າຍ ​ແລກປ່ຽນ​ກ່ຽວ​ກັບ​ເລື່ອງຊຸກຍູ້ການ​ລົງ​ນາມ​ໃນ​ບັນດາ​ເອກະສານ​​ໂດຍ​ໄວຄື: ​ໂຄງ​ການ​ດຳ​ເນີນ​ງານ​ໄລຍະ 2015 – 2018, ສັນຍາພາ​ຕົວ ​ແລະ ສັນຍາ​ມອບ​ຮັບຜູ້​ຖືກຕັດສິນ​ລົງ​ໂທດ​ຈຳຄຸກ, ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ການ​ຄ້າ​ເຂົ້າສານ​ຂັ້ນ​ລັດຖະບານ; ພ້ອມ​ທັງ ​ເຊື່ອມ​ຕໍ່​ການ​ປະຊຸມ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ເສດຖະກິດ, ວິທະຍາສາດ, ​ເຕັກນິກ​ໃນ​ປີ 2016, ​ເພີ່ມ​ທະວີ​ການ​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​​ເປີດ​ກ້ວາງ​ການ​ລົງທຶນ, ດຳ​ເນ​ີນທຸລະ​ກິດ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງ 2 ປະ​ເທດມີ​ຄວາມ​ຮຽກ​ຮ້ອງ​ຕ້ອງການ.

        ທີ່​ກ່ຽວ​ກັບ​ບັນດາ​ບັນ​ຫາ​ຢູ່​ພາກ​ພື້ນ ​ແລະ ສາກົນ​ທີ່ມີ​ຄວາມ​ສົນ​ໃຈ, 2 ຝ່າຍ​​ເຫັນ​ດີ​ເປັນ​ເອກະ​ພາບ, ​ໃນ​ສະພາວະທີ່ ອາ​ຊຽນ ພວມສ້າງ​ຕັ້ງ​ປະຊາ​ຄົມ, ອາ​ຊຽນ ຄວນ​ສະ​ແດງ​​ໃຫ້​ເຫັນຄວາມ​ສາມັກຄີ, ຄວາມ​ຮັບຜິດຊອບ, ​ເປັນ​ເຈົ້າ​ການ, ເສີມຂະຫຍາຍ​ບົດບາດ​ເປັນ​ໃຈກາງ ​ແລະ ສຽງ​ເວົ້າ​ລວມກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ຄວາມມານະ​ພະຍາຍາມ​ປະ​ຕິ​ບັດ​ຖະ​ແຫຼ​ງການກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສຳ​ເລັດ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ, ຍູ້​ແຮງ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ສະກັດ​ກັ້ນ​ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​.

 

 

 

ຂ່າວ/ບົດ​ອື່ນ