ຫວຽດນາມເຂົ້າຮ່ວມ ຢ່າງຕັ້ງໜ້າໃນການເຄືອ່ນໄຫວ ຂອງປະຊາຄົມ ພາສາຝະລັ່ງ

ຫວຽດນາມເຂົ້າຮ່ວມ ຢ່າງຕັ້ງໜ້າໃນການເຄືອ່ນໄຫວ ຂອງປະຊາຄົມ ພາສາຝະລັ່ງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ Nguyen Thi Doan ​ພົບ​ປະ​ກັບທ່ານ​ເລຂາທິການ​ໃຫຍ່​ອົງການ​ພາສາ​ຝະລັ່ງສາກົນ Abdou Diouf
(ພາບ:internet)


Vovworld- ກອງ​ປະຊຸມ​ຂັ້ນ​ສູງ​ປະຊາ​ຄົມ​ບັນດາ​ປະ​ເທດ​​ໃຊ້​ພາສາ​ຝະລັ່ງ​ຄັ້ງ​ທີ່ 14 ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່ Kinshasa ປະ​ເທດ​ ກົງ​ໂກ. ກອງ​ປະຊຸມ​ຂັ້ນ​ສູງ​ປະຊາ​ຄົມ​ບັນດາ​ປະ​ເທດ​​ໃຊ້​ພາສາ​ຝະລັ່ງ​ຄັ້ງນີ້ ມີ​ຫົວ​ເລື່ອງ​ວ່າ “​ປະຊາ​ຄົມ​ບັນດາ​ປະ​ເທດ​​ໃຊ້​ພາສາ​ຝະລັ່ງ​ - ບັນດາ​ສິ່ງ​ທ້າ​ທາຍຕໍ່​ສິ່ງ​ແວດ​ລ້ອມ ​ແລະ ​ເສດຖະກິດ​ທີ່​ມີ​ຕໍ່​ທົ່ວ​ໂລກ ” . ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ພາຄີ​ເຊີດ​ຊູ​ບົດບາດ​ຂອງ​ປະຊາ​ຄົມ, ບັນດາ​ຄຸນຄ່າ​ຂອງ​ພາສາ​ຝະລັ່ງ ກໍ​ຄື​ການ​ສະໜັບສະໜູນ​ບົດບາດ​ຂອງ​ທະວີບອາ​ຟະ​ລິ​ກາ​ໃນ​ປະຊາ​ຄົມ​ບັນດາ​ປະ​ເທດ​​ໃຊ້​ພາສາ​ຝະລັ່ງ​ ​ແລະ ການ​ຄຸ້ມ​ຄອງ​ທົ່ວ​ໂລກ. ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ເປັນ​ຫົວໜ້າຄະນະ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

    ທີ່​ການ​ພົບ​ປະ​ທ່ານ​ເລຂາທິການ​ໃຫຍ່​ອົງການ​ພາສາ​ຝະລັ່ງສາກົນ Abdou Diouf ຢູ່​ນອກ​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ Nguyen Thi Doan ​ໄດ້​ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ອົງການ​ພາສາ​ຝະລັ່ງສາກົນ ກໍ​ຄື​ບັນດາ​ປະ​ເທດ​ພາຄີ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ຍັງ​ໃຫ້​ຄຳ​ໝັ້ນ​ໝາຍວ່າ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ການ​ເຄືອ່​ນ​ໄຫວ​ຂອງ ​ປະຊາ​ຄົມ​ບັນດາ​ປະ​ເທດ​​ໃຊ້​ພາສາ​ຝະລັ່ງ​ ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຂັ້ມ​ງວດ. ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ຍັງ​ມີ​ການ​ພົບ​ປະ​ກັບ ນາຍົກ ລັດຖະມົນຕີ ຈີ​ບູຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຮາ​ຍຕີ ​ແລະ ລັດຖະມົນຕີ​ຮັບຜິດຊອບ​ກິດຈະການ​ການ​ຕ່າງປະ​ເທດ ຣູມານ​ີ ​ແລະ ອື່ນໆ.

ຂ່າວ/ບົດ​ອື່ນ