ຫວຽດນາມເຂົ້າຮ່ວມ ເວທີປາໄສອາຊີ ປົວຢາວ 2014


ຫວຽດນາມເຂົ້າຮ່ວມ ເວທີປາໄສອາຊີ ປົວຢາວ 2014 - ảnh 1

​ (ພາບ: Hải Yến/TTXVN))

 (vovworld)- ​ ວັນ​ທີ 10/4, ທ່ານ​ຫວູ້ດຶກ​ດາມ ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ມີ​ບົດ​ກ່າວ​ປາ​ໄສທີ່​ວາລະ​ໄຂ ເວທີ​ປາ​ໄສ​ອາຊີ​ປົວ​ຢາ​ວ 2014 ຈັດ​ຂຶ້ນ​ຢູ່​ໄຮ​ໜານ ປະ​ເທດ​ຈີນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ​ເນັ້ນນັກ​ວ່າ: ອາຊີ​ພວມ​ຢືນ​ຢູ່​ຕໍ່ໜ້າ​ກາລະ​ໂອກາດ ​ແລະ ພາລະ​ກຳ​ບື່ນຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ, ບໍ່​ພຽງ​ແຕ່​ເພື່ອ​ຕົນ​ເອງ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ນັບ​ມື້​ນັບ​ສຳຄັນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ລວມຂອງ​ມວນ​ມະນຸດ​ອີກ​ດ້ວຍ… ​ເພື່ອ​ຊອກ​ຫາ​ທິດ​ທາງ​ໃໝ່, ຮູບ​ແບບ​ການ​ພັດທະນາ​ໃໝ່, ການ​ເຕີບ​ໂຕໝັ້ນຄົງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ຖື​ວ່າ: ປະ​ເທດ​ຕ່າງໆ​ຕ້ອງ​ຖື​ວ່າການ​ປະດິດ​ສ້າງ, ປ່ຽນ​ໃໝ່​ເຕັກໂນ​ໂລ​ຊີ​ຄື​ດັ່ງ​ກຳລັງ​ໜູນ.

  ຕາມທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ​ແລ້ວ, ອະນາ​ຄົດ​ຂອງ​ອາຊີ ​ແລະ ກຳລັງ​ໜູນ​ການ​ເຕີບ​ໂຕ​ຂອງ​ອາຊີພຽງ​ແຕ່​ມີ​ຄວາມ​ໝາຍ​ໃນ​ຂະນະ​ທີ່​ພາກ​ພື້ນ​ມີ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື. ການ​ຮ່ວມ​ມື​ທີ່​ຕ່າ​ງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເຄົາລົບ​ນັບຖື​ ​ແລະ ​ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຊື່​ງກັນ ​ແລະ ກັນ, ພ້ອມ​ກັນ​ແບ່ງປັນ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ບັນດາ​ບັນຫາ​ລວມ​ແມ່ນ​ປັດ​ໄຈ​ທີ່​ຂາດ​ບໍ່​ໄດ້ ​ເພື່ອຮັບປະກັນ​ໃຫ້​ແກ່​ການ​ເຕີບ​ໂຕໝັ້ນຄົງ​ຂອງ​ທັງ​ພາກ​ພື້ນ​ກໍ່​ຄື​ທົ່ວ​ໂລກ. ຫວຽດນາມ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ຮ່ວມ​ມື​ກັບ​ປະຊາ​ຊາດ, ຄູ່​ຮ່ວມ​ມື​ບົນ​ຈິດ​ໃຈ ​ແລະ ​ເພື່ອ​ຈຸດໝາຍ​ດັ່ງກ່າວ./.

ຂ່າວ/ບົດ​ອື່ນ