ຫວຽດນາມເຂົ້າຮ່ວມກອງ ປະຊຸມສຳມະນາສາກົນ ຢູ່ເມກຊິກໂກ


ຫວຽດນາມເຂົ້າຮ່ວມກອງ ປະຊຸມສຳມະນາສາກົນ ຢູ່ເມກຊິກໂກ - ảnh 1

 (ພາບປະກອບ:hivietnam.net)

 (vovworld)- ​​ແຕ່​ວັນ​ທີ 27-29/3, ​​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ​ ​ໂດຍ​ທ່ານ​ເວື​ອງ​ເທື່ອ​ຟອງ ຮອງ​ຫົວໜ້າ​ຄະນະ​ປະຈຳ​ຄະນະພົວພັນ​ກັບ​ຕ່າງປະ​ເທດ ສູນ​ກາງ​ພັກນຳ​ໜ້າ ​ໄດ້ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາສາກົນ “ບັນດາ​ພັກ​ການ​ເມືອງ ​ແລະ ສັງຄົມ​ໃໝ່ຄັ້ງທີ 18“ ​ຢູ່​ເມກ​ຊິກ​ໂກ ຕາ​ຄຳ​ເຊີນ​ຂອງ​ການ​ນຳ​ພັກ​ແຮງ​ງານ ເມກ​ຊິກ​ໂກ.

  ກ່າວຄຳ​ເຫັນ​ທີ່ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເວື​ອງ​ເທື່ອ​ຟອງ ຊີ້​ແຈ້ງວ່າ: ​ໃນ​ສະພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ, ​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ຊັກ​ຊ້ານັ້ນ, ຫວຽດນາມ ຍັງສືບ​ຕໍ່ສຳ​ເລັດ ​ແລະ ພັດທະນາ​ແນວທາງ​ປ່ຽນ​ແປງ​ໃໝ່​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງພັກ​ກອມ​ມູນິດ​ຫວຽດນາມ​, ສູ້​ຊົນ​ຮອດ​ປີ 2020 ສ້າງ​ປະ​ເທດ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ.​ ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ, ປະກອບສ່ວນ​ຢ່າງ​ແທດ​ຈິງ, ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ໃນ​ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພັດທະນາ​ລວມຂອງ​ພາກ​ພື້ນ ​ແລະ ​ໂລກ.

  ບົດ​ປະກອບ​ຄຳ​ເຫັນ​ຂອງ​ທ່ານ​ຫົວໜ້າ​ຄະນະ​ຜູ້​ແທນຫວຽດນາມ ທີ່ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຜູ້ຕາງໜ້າ​ບັນດາ​ຄະນະ​ຜູ້​ແທນ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫຼາຍ. ບັນດາ​ຜູ້​ແທນ​ຍັງ​ຊົມ​ເຊີ​ຍບັນດາ​ຜົນງານ​ອັນ​ໃຫ່ຍຫຼວງ​ຂອງ ປຊຊ ຫວຽດນາມ ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອ​ງພັກ​ຢ່າງ​ມີ​ໄຊ./.

ຂ່າວ/ບົດ​ອື່ນ